(vovworld) - ການຮັບປະກັນສິດສຳພັດກັບຂໍ້ມູນຂ່າວຂອງພົນລະເມືອງທຸກຄົນແມ່ນສິດທີ່ລະບຸໄວໃນມາດຕາ 69 ຂອງລັດຖະທຳມະນູນ ແລະ ສິ່ງດັ່ງກ່າວສະແດງໃຫ້ເຫັນການປະຕິບັດສິດຂອງມະນຸດ. ເພື່ອປະຕິບັດສິດດັ່ງກ່າວ, ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໄດ້ພະຍາຍາມຕັ້ງໜ້າສ້າງຮ່າງກົດໝາຍສຳພັດກັບຂໍ້ມູນຂ່າວເໃຫ້ສົມບູນແບບ ແລະ ພະຍາຍາມຍື່ນສະເໜີຕໍ່ສະພາແຫ່ງຊາດໃນອາຍຸການຊຸດທີ 13 ນີ້. ເຂົ້າຮ່ວມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດໃນຕອນເຊົ້າວັນທີ 21/11, ທ່ານລັດຖະມົນຕີກະຊວງຍຸຕິທຳ ຮ່າຮຸ່ງເກື່ອງ ຢືນຢັນວ່າ ຮ່າງກົດໝາຍສຳພັດກັບຂໍ້ມູນຂ່າວແມ່ນຮ່າງກົດໝາຍສຳຄັນທີ່ສຸດ.
“ນີ້ແມ່ນຮ່າງກົດໝາຍສຳຄັນທີ່ກ່ຽວຂ້ອງເຖິງສິດຂອງພົນລະເມືອງ ສະນັ້ນທ່ານນາຍົກລັດຖະມົນຕີໄດ້ມອບໜ້າທີ່ໃຫ້ກະຊວງຍຸຕິທຳປັບປຸງ, ຍື່ນສະເໜີຕໍ່ສະພາແຫ່ງຊາດໃນເວລາທີ່ເໝາະສົມ. ເດືອນ 11/2011, ຮ່າງກົດໝາຍສຳພັດກັບຂໍ້ມູນຂ່າວໄດ້ນຳເຂົ້າລາຍການເຮັດວຽກຂອງສະພາແຫ່ງຊາດຊຸດທີ 13. ກະຊວງຍຸຕິທຳພວມລໍ້ຖາສະພາແຫ່ງຊາດຮັບຮອງເອົາຮ່າງລັດຖະທຳມະນູນສະບັບປັບປຸງ ໃນກອງປະຊຸມສະໄໝນີ້, ຫຼັງຈາກນັ້ນ, ກະຊວງຈະລາຍງານຕໍ່ລັດຖະບານ, ເພື່ອຈະຍື່ນສະເໜີຮ່າງກົດໝາຍສຳພັດກັບຂໍ້ມູນຂ່າວໃນອາຍຸການຄັ້ງນີ້ .”
ກ່ຽວຂ້ອງເຖິງການເພີ່ມທະວີການສະໜອງຂໍ້ມູນຂ່າວໃຫ້ປະຊາຊົນ, ພິເສດແມ່ນບັນດາຂໍ້ມູນຂ່າວທີ່ມີຄຸນນະພາບ, ເປັນທາງການ, ກຳກົດທິດທາງທີ່ດີໃຫ້ແກ່ຫາງສຽງ, ໃນການຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສືສານ ຫງວຽນບັ໋ກຊອນ ໃຫ້ຮູ້ວ່າ ທາງກະຊວງໄດ້ສ້າງແຜນກຳນົດສືສານເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ.
ແລະກໍ່ໃນວັນດຽກັນ, ໃນການຕອບຕຳຊັກຖາມຂອງສະມາຊິກສະພາແຫ່ງຊາດ, ທ່ານ ເຈືອງຮ່ວາບິ່ງ ປະທານສານ, ສານປະຊາຊົນສູງສຸດ ຕອບຕຳຊັກຖາມກ່ຽວກັບສະພາບຕັດສິນລົງໂທດບໍ່ຖືກຕ້ອງຂອງສານ ແລະ ການພິພາກສາກໍລະນີການສໍ້ລາດບັງຫຼວງ... ກ່ຽວກັບມາດຕະການຍົກສູງຄຸນນະພາບຖັນແຖວຜູ້ພິພາກສາ ເພື່ອຕອບສະໜອງວິວັດການເຊື່ອມໂຍງເຂົ້າກັບສາກົນ, ແກ້ໄຂບັນດາຄະດີກ່ຽວຂ້ອງເຖິງຊາວຕ່າງປະເທດ, ທ່ານປະທານສານ ເຈືອງຮ່ວາບິ່ງ ໃຫ້ຮູ້ວ່າ.
“ສານໄດ້ສ້າງບັນດາເອກະສານແນະນຳການນຳໃຊ້ກົດໝາຍໃນການປະຕິບັດບັນດາສັນຍາໜູນຊ່ວຍດ້ານຕຸລາການ, ໃນນັ້ນມີການເຊັນບັນດາຂໍ້ຕົກລົງຮ່ວມມືກັບສາກົນກ່ຽວກັບຕຸລາການ ໃນວຽກງານບຳລຸງສ້າງ, ແລກປ່ຽນບົດຮຽນກັບປະເທດຕ່າງໆ. ສານໄດ້ສ້າງແຜນຮ່າງວຽກງານການຕ່າງປະເທດຂອງຂະແໜງ, ສ້າງແຜນການແລກປ່ຽນ, ບຳລຸງສ້າງຜູ້ພິພາກສາກັບບັນດາປະເທດທີ່ມີພື້ນຖານຕຸລາການກ້າວໜ້າ ເພື່ອໃຫ້ມີຜູ້ຊ່ຽວຊານເກັ່ງໃນຂົງເຂດຕຸລາການສາກົນ.”