ຮູບເງົາ“ທົ່ງນາບໍ່ມີວັນສິ້ນສຸດ”ຂອງຫວຽດນາມດຶງດູດຄວາມສົນໃຈຢູ່ສຳນັກງານສະຫະປະຊາຊາດ

ຮູບເງົາ“ທົ່ງນາບໍ່ມີວັນສິ້ນສຸດ”ຂອງຫວຽດນາມດຶງດູດຄວາມສົນໃຈຢູ່ສຳນັກງານສະຫະປະຊາຊາດ - ảnh 1
(ພາບອິນເຕີແນັດ)

(vovworld) – ​​​    ວັນ​ທີ 11/9, ​ໃນ​ຂອບ​ເຂດ​ບັນດານ​ການ​ເຄື່ອນ​ໄຫວ​ງານ​ມະ​ໂຫລານ​ຮູບ​ເງົາ ອາ​ຊຽນ, ຄະນະ​ປະຕິບັດ​ງານ​ການ​ທູດ ຫວຽດນາມ ປະຈຳສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ (WTO) ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆຢູ່ Geneva ​ໄດ້​ຈັດ​ຕັ້ງ​ສາຍຮູບ​ເງົາ ຫວຽດນາມ ທີ່​ສຳນັກງານ​ສະຫະ​ປະຊາ​ຊາດ ຢູ່ Geneva ປະ​ເທດ ສະ​ວິດ. ຕາມ​ນັ້ນ, ຮູບ​ເງົາ “ທົ່ງ​ນາ​ບໍ່​ມີ​ວັນ​ສິ້ນ​ສຸດ” ຂອງ​ຜູ​້ກຳກັບການສະ​ແດງ ຫງວຽນ​ຟານ​ກວາງ​ບິ່ງ ​ໄດ້​ຮັບ​ການ​ເລືອກ​ເຟັ້ນນຳ​ມາສາຍ​ໃນ​ໂອກາດ​ນີ້, ອັນ​ໄດ້​​ດຶງ​ດູດຄວາມ​ສົມ​ໃຈ​ຂອງ​ເພື່ອນ​ມິດສາ​ກົນ​ຢ່າງ​ຫລວງຫລາຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ, ຮອງ​ຫົວໜ້າ​ຄະນະ​ປະຕິບັດ​ງານ​ການທູດ ຫວຽດນາມ

ຟ້າ​ມກວກ​ຈຸ້ ຢືນຢັນ​ວ່າ: ​ໃນ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື, ພັດທະນາ​ວັດທະນະທຳ​ລະຫວ່າງ​ບັນດາ​ປະ​ເທດ​ປະກອບ​ມີສຳຄັນ, ເປັນ​ຂົວ​ຕໍ່​ໃຫ້ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ບັນດາ​ປະ​ເທດ ​ແລະ ​ເພື່ອນ​ມິດ​​ສາກົນ. ພ້ອມ​ກັບ​ວິວັດ​ການ​ເຊື່ອມ​ໂຍງ​ຂອງ​ປະ​ເທດ​ຊາດ, ​ໂຄສະນາ​ເຜີຍ​ແຜ່​ ຫວຽດນາມ ​ໂດຍ​ຜ່ານ​ຮູບ​ເງົາ ຈະ​ຊ່ວຍ​ເພື່ອນ​ມິດສາ​ກົນ ​ແລະ ປະ​ເທດ​ເຈົ້າພາບ​ເຂົ້າ​ໃຈ​ແຈ້ງກ່ວາ​ກ່ຽວກັບ​ວັດທະນະທຳ​ຮູບ​ເງົາ ຫວຽດນາມ.

 

ຂ່າວ/ບົດ​ອື່ນ