ຮັບເອົາຄຳເຫັນປະກອບໃສ່ຮ່າງດຳລັດແຜນການລົງທຶນໄລຍະກາງແລະປະຈຳປີ
ສຳນັກງານກະຊວງແຜນການແລະການລົງທຶນ
|
(vovworld) – ໃນລະຫວ່າງວັນທີ 7 - 8/4, ກະຊວງແຜນການ ແລະ ການລົງທຶນໄດ້ຈັດຕັ້ງກອງປະຊຸມສຳມະນາຮັບເອົາຄຳເຫັນປະກອບໃສ່ຮ່າງດຳລັດແຜນການລົງທຶນໄລຍະກາງ ແລະ ປະຈຳປີ, ຮ່າງດຳລັດຂອງນາຍົກລັດຖະມົນຕີກ່ຽວກັບຫຼັກການ, ມາດຕະຖານ, ລະດັບຈັດແບ່ງເງິນລົງທຶນພັດທະນາແຫຼ່ງງົບປະມານແຫ່ງຊາດໃນໄລຍະ 2016 - 2020. ກອງປະຊຸມສຳມະນາໄດ້ຮັບຮູ້ຄຳເຫັນ 2 ໝວດທີ່ແຕກຕ່າງກັນ. ທີໜຶ່ງບັນດາແຂວງມີພື້ນຖານເສດຖະກິດພັດທະນາ, ຮຽກຮ້ອງໃຫ້ຄິດໄລ່ຕາມທິດມີປະໂຫຍດໃຫ້ທ້ອງຖິ່ນ. ທີສອງ, ບັນດາແຂວງທີ່ເສດຖະກິດພັດທະນາຢ່າງຊັກຊ້າ ພັດຮຽກຮ້ອງຕາມທິດກົງກັນຂ້າມ. ທີ່ກອງປະຊຸມສຳມະນາ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ ຢັ້ງຢືນວ່າ: ກະຊວງຈະຮັບເອົາຄຳເຫັນປະກອບທັງໝົດຂອງບັນດາທ້ອງຖິ່ນສຳລັບແຕ່ລະບັນຫາ, ແຕ່ລະເນື້ອໃນຂອງຮ່າງດຳລັດດັ່ງກ່າວ. ບັນດາຄຳເຫັນຈະໄດ້ຮັບຮູ້ເພື່ອສ້າງສຳເລັດດຳລັດແຜນການລົງທຶນໄລຍະກາງ ແລະ ປະຈຳປີ ກໍ່ຄືຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບຫຼັກການ, ມາດຖານ, ລະດັບແບ່ງເງິນລົງທຶນພັດທະນາແຫຼ່ງງົບປະມານແຫ່ງລັດ ໄລຍະ 2016-2020, ເພື່ອແນໃສ່ຮັບປະກັນຈັດແບ່ງແຫຼ່ງທຶນຢ່າງຖືກຕ້ອງຕາມຄາດໝາຍ, ກໍ່ຄືທິດທາງພັດທະນາ, ນັບທັງດ້ານເສດຖະກິດ ແລະ ສັງຄົມ, ຮັບປະກັນຄວາມດຸນດ່ຽງລະຫວ່າງເຂດ, ພາກ.