(vovworld) - ຕອນຄໍ່າວັນທີ 1/10, ຢູ່ວັດ Kiep Bac, ເທດສະບານ Chi Linh, ແຂວງ Hai Duong, ໄດ້ດຳເນີນພິທີຮັບໃບຮັບຮອງເຂດປູຊະນີຍະສະຖານລະດັບຊາດພິເສດໃຫ້ແກ່ເຂດປູຊະນີຍະສະຖານປະຫວັດສາດ Con Son, Kiep Bac. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ມອບໃບຢັ້ງຢືນຮັບຮອງເຂດປູຊະນີຍະສະຖານລະດັບຊາດພິເສດໃຫ້ເຂດປູຊະນີຍະສະຖານປະຫວັດສາດ Con Son, Kiep Bac ແລະ ສະເໜີໃຫ້ແຂວງ Hai Duong ອະນຸລັກຮັກສາ, ບຸລະນະເພື່ອເສີມຂະຫຍາຍບັນດາຄຸນຄ່າປະຫວັດສາດ, ວັດທະນະທຳຂອງເຂດປູຊະນີຍະສະຖານ Con Son, Kiep Bac ກວ່າອີກ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຊີ້ແຈ້ງວ່າ.
“ນັບແຕ່ມື້ນີ້, ແຂວງ Hai Duong ຕ້ອງມານະພະຍາຍາມກວ່າອີກ ເພື່ອເຮັດໃຫ້ເຂດປູຊະນີຍະສະຖານ Con Son, Kiep Bac ສົມເປັນເຂດປູຊະນີຍະສະຖານວັດທະນະທຳພິເສດ. ກອນອື່ນໝົດຕ້ອງວາງແຜນກຳນົດເພ່ືອພັດທະນາສັງລວມ, ຕິດພັນກັບການທ່ອງທ່ຽວ ແລະ ພື້ນຖານໂຄງລ່າງຢ່າງຄົບຊຸດ. ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ, ໂດຍສະເພາະແມ່ນກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ເພື່ອເຮັດແນວໃດເສີມຂະຫຍາຍບັນດາຄຸນຄ່າຂອງເຂດປູຊະນີຍະສະຖານ Con Son, Kiep Bac ທັງໝົດ”.