ຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານກ່ຽວກັບການສະໜອງວັກຊິນຢູ່ ຫວຽດນາມ
(VOVWORLD) -ກຸ່ມບໍລິສັດການຢາ GSK ໄດ້ຈັດຕັ້ງພິທີເປີດຕົວບໍລິສັດ GSK ຫວຽດນາມ, ສ້າງຂີດໝາຍໃນການມີໜ້າຢ່າງເປັນທາງການ ແລະ ຄຳໝັ້ນສັນຍາຈະລົງທຶນຍາວນານຢູ່ ຫວຽດນາມ.
ພິທີ ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ ກ່ຽວກັບການສະໜອງວັກຊິນ
|
ວັນທີ 11 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ກຸ່ມບໍລິສັດການຢາແຖວໜ້າໂລກ GlaxoSmithKline – GSK (ແບນຊິກ) ແລະ ລະບົບສູນສັກວັກຊິນ VNVC ໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ ກ່ຽວກັບການສະໜອງວັກຊິນ, ເປີດກວ້າງກາລະໂອກາດເພື່ອໃຫ້ VNVC ນຳວັກຊິນຊະນິດໃໝ່, ວັກຊິນຫາຍາກມາສັກໃຫ້ປະຊາຊົນ ຫວຽດນາມຊ່ວຍກັນພະຍາດຕິດແປດ, ຫຼີກລ້ຽງຄວາມສ່ຽງເກີດໂລກລະບາດຊ້ອມກັນ.
ແລະກໍ່ໃນເຫດການນີ້, ກຸ່ມບໍລິສັດການຢາ GSK ໄດ້ຈັດຕັ້ງພິທີເປີດຕົວບໍລິສັດ GSK ຫວຽດນາມ, ສ້າງຂີດໝາຍໃນການມີໜ້າຢ່າງເປັນທາງການ ແລະ ຄຳໝັ້ນສັນຍາຈະລົງທຶນຍາວນານຢູ່ ຫວຽດນາມ.