ກອງປະຊຸມຮ່ວມມືພັດທະນາລະຫວ່າງທ້ອງຖິ່ນຕ່າງໆ ຂອງ 3 ປະເທດ ຫວຽດນາມ - ລາວ - ໄທ
(ພາບ: Dương Giang/TTXVN)
|
(vovworld) – ກອງປະຊຸມຮ່ວມມືພັດທະນາລະຫວ່າງທ້ອງຖິ່ນຕ່າງໆ ຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 2/4 ຢູ່ແຂວງ ກອນຕຸມ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງຫົວໜ້າຫ້ອງການ ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຕະກຸ໋ຍ ໄດ້ສະເໜີໃຫ້ບັນດາແຂວງຂອງ ຫວຽດນາມ - ລາວ - ໄທ, ຄວນມີກົນໄກ, ນະໂຍບາຍດີທີ່ສຸດສຳລັບບັນດານັກລົງທຶນ, ແຂກທ່ອງທ່ຽວມີເງື່ອນໄຂຮ່ວມມືລົງທຶນ ແລະ ຮ່ວມມືດ້ານການທ່ອງທ່ຽວ; ລົງທຶນພື້ນຖານຄົມມະນາຄົມເພື່ອເຊື່ອມຕໍ່ບັນດາເຂດແຄ້ວນ; ເອົາໃຈໃສ່ເຖິງວຽກວງານໂຄສະນາເຜີຍແຜ່ສົ່ງເສີມການລົງທຶນ. ກອງປະຊຸມກໍ່ບັນລຸໄດ້ “ຖະແຫຼງການຮ່ວມ ກອນຕຸມ” ໂດຍສະແດງໃຫ້ເຫັນຄວາມຕັດສິນໃຈ, ຢັ້ງຢືນຈະມານະພະຍາຍາມໃນການກະທຳ, ຕອບສະໜອງຂໍ້ລິເລີ່ມຂອງແຂວງ ກອນຕຸມ ຜ່ານການເຂົ້າຮ່ວມ ແລະ ຊຸກຍູ້ “ການຮ່ວມມືພັດທະນາລະຫວ່າງບັນດາແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ” ກ້າວເຂົ້າສູ່ການເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນຮັກສາ ແລະ ເຮັດໃຫ້ການພົວພັນລະຫວ່າງ 3 ປະເທດຊາດອຸດົມສົມບູນຂຶ້ນຕື່ມ. ບັນດາແຂວງໃຫ້ຄຳໝັ້ນສັນຍາຈະເຂົ້າຮ່ວມໃນການພົວພັນຮ່ວມມືຢ່າງແຮງ ແລະ ເລິກເຊິ່ງກວ່າອີກ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມວິສາຫະກິດຜັນຂະຫຍາຍການເຊື່ອມຕໍ່ພັດທະນາການທ່ອງທ່ຽວ, ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດແມ່ນບັນດາບຸລິມະສິດທີ່ຈະໄດ້ຮັບການປະຕິບັດໃນຈະມາເຖິງ; ສືບຕໍ່ຄົ້ນຄວ້າ, ເປີດກ້ວາງສະພາບແວດລ້ອມແຫ່ງການຮ່ວມມືຜ່ານການເຊື້ອເຊີນບັນດາທ້ອງຖິ່ນເຂົ້າຮ່ວມ, ນັບທັງປະເທດທີ 4 ກໍ່ຄືເຊື້ອເຊີນບັນດາອົງການບັນຍັດ, ອົງການການເງິນເຂົ້າຮ່ວມ.