ຮ່ວມສຳພັນພັດທະນາການທ່ອງທ່ຽວ ລະຫວ່າງ ນະຄອນ ໂຮ່ຈີມິນ ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
(VOVWORLD) -ວັນທີ 20 ພຶດສະພາ, ຢູ່ແຂວງ ດົ່ງທາບ ຂອງ ຫວຽດນາມ ໄດ້ດຳເນີນເວທີປາໄສເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນ ໂຮ່ຈີມິນ ກັບ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄັ້ງທີ 2 ປີ 2022.
ເວທີປາໄສເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນ ໂຮ່ຈີມິນ ກັບ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ (ພາບ: VOV) |
ເວທີປາໄສດັ່ງກ່າວເພື່ອແນໃສ່ເສີມຂະຫຍາຍຜະລິດຕະພັນທ່ອງທ່ຽວ, ລາຍການຮ່ວມສຳພັນການທ່ອງທ່ຽວ, ທ່າແຮງທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ ໂດຍຜ່ານການເສີມຂະຫຍາຍບົດບາດຂອງວິສາຫະກິດທ່ອງທ່ຽວ, ສະມາຄົມທ່ອງທ່ຽວ. ທີ່ເວທີປາໄສ, ບັນດາຜູ້ແທນໃຫ້ຂໍ້ສັງເກດວ່າ, ໃນໄລຍະຜ່ານມາ, ການພັດທະນາ ແລະ ຍົກສູງລະບົບມູນຄ່າຂອງຜະລິດຕະພັນການທ່ອງທ່ຽວການກະສິກຳ ລະຫວ່າງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ, ບັນດາທ້ອງຖິ່ນໃນເຂດໄດ້ເອົາໃຈໃສ່ລົງທຶນຕິດພັນກັບໂຄງການສ້າງຊົນນະບົດໃໝ່. ໃນໄລຍະຈະມາເຖິງ, ວຽກງານສົ່ງເສີມການໂຄສະນາການທ່ອງທ່ຽວຂອງເຂດ ຕ້ອງສືບຕໍ່ຊຸກຍູ້. ບັນດາສະມາຄົມ, ວິສາຫະກິດທ່ອງທ່ຽວໄດ້ຢັ້ງຢືນບົດບາດຮ່ວມເດີນທາງ ແລະ ໜູນຊ່ວຍໃນວິວັດທະນາການພັດທະນາ; ສ້າງຍຸດທະສາດໂຄສະນາ, ສົ່ງເສີມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ເພື່ອພັດທະນາໃຫ້ສົມກັບຜະລິດຕະພັນທ່ອງທ່ຽວຂອງເຂດ.