ປັນຍາຊົນ ຫວຽດນາມ ຢູ່ ຍີປຸ່ນ
ພາບ:tintuc.vnn.vn
|
(vovword)- ວັນທີ 16/6, ສະຖານທູດ ຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຈັດຕັ້ງການພົບປະສັງສັນປັນຍາຊົນ ຫວຽດນາມ ທີ່ພວມຄົ້ນຄ້ວາ, ສິດສອນ ແລະ ເຮັດວຽກຢູ່ ຍີ່ປຸ່ນ. ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານ Doan Xuan Hung ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສະແດງຄວາມປາດຖະຫນາຢາກເຊື່ອມຕໍ່ວົງຄະນາຍາດບັນດານັກວິທະຍາສາດ, ປັນຍາຊົນ ຫວຽດນາມຢູ່ ຍີ່ປຸ່ນ, ຊອກຫາບັນດາມາດຕະການ, ທິດທາງນຳຄວາມຮູ້, ວິທະຍາສາດເຕັກນິກ, ເທັກໂນໂລຊີຂອງຍີ່ປຸ່ນ ກັບຄືນເມືອປະເທດ ເພື່ອຮັບໃຊ້ກິດຈະການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ. ທີ່ການພົບປະສັງສັນ, ບັນດາຜູ້ແທນກໍໄດ້ຍົກອອກຫລາຍຄຳເຫັນອັນຕັ້ງຫນ້າ ກ່ຽວກັບບັນດາມາດຕະການດຶງດູດເຕັກໂນໂລຊີທີ່ກ້າວຫນ້າຈາກບັນດາບໍລິສັດຂະຫນາດກາງ ແລະ ນ້ອຍຂອງ ຍີ່ປຸ່ນ, ຊຸກຍູ້ຂະແຫນງອຸດສາຫະກຳສຳຮອງ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດກໍຄືເລືອກເຟັ້ນບັນດາເຕັກໂນໂລຊີເໝາະສົມສຳລັບລະດັບຄວາມຮູ້ຂອງວິສາຫະກິດ ຫວຽດນາມ ປະຈຸບັນ.