ຮ່ວມແຮງຮ່ວມໃຈຊ່ວຍເຫຼືອຊາວກະສິກອນຜູ້ທຸກຍາກຕ້ອນຮັບບຸນປີໃໝ່
(ພາບປະກອບ)
(vovworld) – ວັນທີ 15/01 ຈະມາເຖິງ, ສະມາຄົມຊາວກະສິກອນນະຄອນໂຮ່ຈິມິນ ແລະ ໂທລະພາບນະຄອນ ໄດ້ຈັດລາຍການ “ບຸນປີໃໝ່ເຮັດສິ່ງທີມີປະໂຫຍດ - ບຸນເຕັດປີວອກ 2016” ເພື່ອແນໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກ, ສ້າງກຳລັງໜູນໃຫ້ຊາວກະສິກອນຜູ້ທຸກຍາກບືນຕົວຂື້ນໃນຊີວີດ, ເສີມຂະຫຍາຍນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງບັນດາວິສາຫະກິດ, ອົງການ, ຫົວໜ່ວຍ ແລະ ສ່ວນບຸກຄົນເພື່ອສະໜັບສະໜູນບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມຂອງນະຄອນ. ປີ 2016, ຄາດຄະເນວ່າ, ໂຄງການໄດ້ໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 50 ຫຼັງ, ມອບຂອງຂວັນບຸນເຕັດ 1.500 ພູດ ແລະ ອ່າງເກັບນ້ຳສະອາດໃຫ້ສະມາຊິກຊາວກະສິກອນທີ່ທຸກຍາກຫຼາຍຄົນ, ມອບ 1.500 ທຶນສຶກສາໃຫ້ລູກສະມາຊິກທີ່ທຸກຍາກ… ຈຸດໃໝ່ຂອງລາຍການປີນີ້ແມ່ນເປີດກວ້າງເປົ້າໝາຍທີ່ໄດ້ຮັບການເບິ່ງແຍງດູແລ, ບໍ່ຈຳກັດໃນຈຳນວນສະມາຊິກຊາວກະສິກອນເທົ່ານັ້ນ ຫາກຍັງເອົາໃຈໃສ່ເບິ່ງແຍງດູແລທັງປະຊາຊົນຊົນນະບົດທີ່ປະສົບກັບທຸກຍາກໃນບໍລິເວນນະຄອນອີກດ້ວຍ.