ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ

ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ - ảnh 1
ລູກລະເບີດບໍ່ທັນແຕກ
ພາບ: internet

(vovworld) - ວັນ​ທີ 12/12, ຢູ່​ຕາ​ແສງ ຮ່ວາ​ກູ​ຍ ​ເມືອງ ຫງູ​ແຮ່​ນ​ເຊີນ ນະຄອນ ດາ​ຫນັ໋ງ, ສູນ​​ເກັບ​ກູ້ລູກ​ລະ​ເບ​ີດ​ເລກ 20 ສັງກັດ​ບໍລິສັດ​ໃຫຍ່ 36 ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ທຳລາຍລູກ​ລະ​ເບີດ​​ໃຫຍ່​ປະ​ເພດ MK82 ທີ່ຍັງ​ຕົກ​ຄ້າງ​ຫລັງ​ສົງຄາມສຳ​ເລັດ ​ແລະ ຍົກຂຶ້ນ​ຫນ້າດິນ​ຢ່າງ​​ປອດ​ໄພ. ຕາມ​ກອງ​ບັນຊາ​ການ​ທະຫານ​ນະຄອນ ດາ​ຫນັ໋ງ ​ແລ້ວ, ປີ 2012, ບົນ​ພື້ນຖານ​ແຫ​ລ່ງງົບປະມານ​ແຫ່ງ​ລັດ ຫນູນ​ຊ່ວຍ​ເພື່ອ​ແກ້​ໄຂ​ເຂດ​ດິນ​ຖືກ​ມົນ​ລະ​ພິດ​ຍ້ອນ​ລູກ​ລະ​ເບີດຍັງ​ຕົກ​ຄ້າງ​ຫລັງ​ສົງຄາມ, ກອງ​ບັນຊາ​ການ​ທະ​ຫານ​ນະຄອນ ດາ​ຫນັງ ​ໄດ້​ສົມທົບ​ກັບ​ບັນດາ​ກຳລັງ​ທະຫານ​ຊ່າງ​ແສງ​ສະ​ເພາະ​ກິດ​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ດຳ​ເນີນ​ການ​​ເກັບ​ກູ້ລູກ​ລະ​ເບີດບໍ່​ທັນ​ແຕກ. ມາ​ຮອດ​ປະຈຸ​ບັນ ມີ​ເນື້ອ​ທີ່​ດິນ 2.500 ​ເຮັກຕາ​ທີ່​ຖຶກມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ . ​ແລະ ທີ່​ດິນ​ດັ່ງກ່າວ​ໄດ້​ສ້າງ​ເງື່ອນ​​ໄຂ​ໃຫ້​​ທ້ອງ​ຖິ່ນ​ວາງ​ແຜນ​ກຳນົດ​ພັດທະນ​າ​ເສດຖະກິດ​ສັງຄົມ​ເພື່ອ​ໃຫ້​ປະຊາຊົນ​ມີ​ທີ່​ດິນ​ຕື່ມ​ອີກ​ເພື່ອ​ທຳ​ການ​ຜະລິດ.

ຂ່າວ/ບົດ​ອື່ນ