ຮ່ວາງແທ່ງທັງລອງໄຂລາຍການ“ຄວາມຊົງຈຳກ່ຽວກັບຮ່າໂນ້ຍ”

ຮ່ວາງແທ່ງທັງລອງໄຂລາຍການ“ຄວາມຊົງຈຳກ່ຽວກັບຮ່າໂນ້ຍ” - ảnh 1
ລາຍ​ການວ​າດ​ພາບ​ກ່ຽວ​ກັບຄວາມ​ງາ​ມ
​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຮ່າ​ໂນ້ຍ ໃນ​ເມື່ອ​ກ່ອນ
(ພາບ: tuoitrethudo)


(vovworld) –​ ​ລາຍ​ການ “ຄວາມ​ຊົງ​ຈ​ຳ​​ກ່ຽວ​ກັບຮ່າ​ໂນ້ຍ” ໂດຍ​ພະ​ແນກ​ທ່​ອງ​ທ່ຽວ​​ຮ່າ​ໂນ້ຍ ຈັດ​ຕັ້ງ​ເພື່ອ​ຕ້ອນ​ຮັບ​ປີ​ໃໝ່​ສາ​ກົນ 2016, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 30/12 ຢ່າງ​ເປັນ​ທາງ​ການ, ຢູ່ ຮ່ວາງ​ແທ່ງ​ທັງ​ລອງ (ພະ​ລ​າ​ຊະ​ວັງ​ທັງ​ລອງ). ລາຍ​ການ​ໄ​ດ້​ຮັບ​ການ​ຈັດ​ຕ​ັ້ງ​ດ້ວຍ​ຂອບ​ຂະ​ໜາດ​ໃຫ​ຍ່, ວ​າດ​ພາບ​ກ່ຽວ​ກັບຄວາມ​ງາ​ມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຮ່າ​ໂນ້ຍ ໃນ​ເມື່ອ​ກ່ອນຜ່ານ​ການ​ເຄື່ອນ​ໄຫວ​ຕ່າງໆຄື: ງານ​ວາງ​ສະ​ແດງ​ສິ​ລະ​ປະ​ຈັດ​ວາງ​ຄຸ້ມຖະ​ໜົ​ນ​ເດີມ, ເຮືອນ​​ເດີມ, ບ້ານ​ບູ​ຮານ, ສະ​ຖາ​ປັດ​ຕະ​ຍາ​ກຳ, ​ຕະ​ຫຼ​າດ​ນັດ, ສະ​ແດງ​ຊຸດ​ອາ​ພອນ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ, ງານ​ບຸນ​ທີ່​ເປັນ​ປະ​ເພ​ນີ​ຂອງ​ທັງ​ລອງ - ຮ່າ​ໂນ້ຍ… ກ່າວ​ຄຳ​ເຫັນ​ທີ່​ພີ​ທີ​ໄຂ, ທ່ານ ໂດ້​ດິ່ງ​ຮ​ົ່ງ, ຫົວ​ໜ້າ​ພະ​ແນກ​ທ່ອ​ງ​ທ່ຽວ​ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ.

      “ເພື່ອ​ຂຸດ​ຂົ້ນ​ບັນ​ດາ​ກາ​ລະ​ໂອ​ກາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ມາ​ນະ​ພະ​ຍາ​ຍາມ​ຫັນ​ປ່ຽນ​ບັນ​ດາ​ສິ່ງ​ທ້າ​ທາຍ​ເປັນ​ທ່າ​ແຮງ​ຂອງ​ໄລ​ຍະ​ເຊື່ອມ​ໂຍ​ງ​, ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ​ຂະ​ແໜງ​ທ່​ອງ​ທ່ຽວ​ນະ​ຄອນ​ຫຼວງ​ທີ່ຕ້ອງ​ເຮັດ ນັ້ນ​ແມ່ນ​ສຸມ​ໃສ່​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​, ຫັນ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽ​ວ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ໂດຍ​ອີງ​ໃສ່​ບັນ​ດາ​ພື້ນ​ຖານຄຸນ​ຄ່າ​ມໍ​ລະ​ດ​ົກ​ດ້ານ​ວັດ​ທະ​ນະ​ທຳ​​ອະ​ລິ​ຍະ​ທຳ​ທີ່​ມີ​ມານັບ​ພັນ​ປີ. ຜ່ານ​ລາຍ​ການນີ້, ​ໃນ​ໄລ​ຍະ​ຈ​ະ​ມ​າ​ເຖິງ ຂະ​ແໜງ​ທ່ອງ​ທ່ຽວ ຈະ​ກໍ່​ສ້າງ​ ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອ​ງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ເຂັ້ນ​ຂົ້ນ​ໄປ​ດ້ວນ​ສີ​ສັນ​ວັດ​ທະ​ນະ​ທຳ​ຮ່າ​ໂນ້ຍ ​ຫຼາຍ​ຢ່າງເພື່ອ​ສາ​ມາດ​ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວ​ໃຫ້​ນັບ​ມື້​ນັບ​ຫຼາຍກວ່າ​ອີກ”.

      ລາຍ​ການ“ຄວາມ​ສົງ​ຈ​ຳ​ຮ່າກ່ຽວ​ກັບ​ໂນ້ຍ” ຖື​ກ​​ດຳ​ເນີນ​ໃນ​ລະ​ຫວ່າງ​ວັນ​ທີ 30/12/2015 – 04/01/2016.

ຂ່າວ/ບົດ​ອື່ນ