ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບເອກອັກຄະລັດຖະທູດກູບາ

(VOVWORLD) -ຕອນເຊົ້າວັນທີ 31 ສິງຫາ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດກູບາ Herminio Lopez Dziaz ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຖືວ່າ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບເອກອັກຄະລັດຖະທູດກູບາ - ảnh 1 ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບເອກອັກຄະລັດຖະທູດກູບາ

(ພາບ: VGP)

2 ຝ່າຍຄວນສືບຕໍ່ເສີມຂະຫຍາຍກົນໄກຮ່ວມມືຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີຖືວ່າ, ໃນໄລຍະຈະມາເຖິງ, 2 ປະເທດຄວນເອົາໃຈໃສ່ຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຍູ້ແຮງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ສ້າງກອບກົດໝາຍການຮ່ວມມືພັດທະນາໃຫ້ສົມບູນແບບ. ພິເສດ, 2 ຝ່າຍຕ້ອງຜັນຂະຫຍາຍປະສິດທິຜົນຂອງຄະນະກຳມະການລະຫວ່າງລັດຖະບານຢ່າງມີປະສິດທິຜົນກວ່າອີກ, ຍ້ອນນີ້ແມ່ນກົນໄກຮ່ວມມືຢ່າງມີປະສິດທິຜົນ ແລະ ເໝາະສົມ. ໃນຕໍ່ໜ້າ, 2 ຝ່າຍຕ້ອງກະກຽມໃຫ້ກອງປະຊຸມຄັ້ງທີ 35 ຄະນະກຳມະການລະຫວ່າງລັດຖະບານໃຫ້ເປັນຢ່າງດີ, ເຊິ່ງຄາດວ່າຈະດຳເນີນໃນເດືອນ ຕຸລາ 2017 ຢູ່ຮ່າໂນ້ຍ.

        ສ່ວນທ່ານເອກອັກຄະລັດຖະທູດ Herminio Lopez Dziaz ໃຫ້ຮູ້ວ່າ, ກູບາ ປາດຖະໜາຢາກຕ້ອນຮັບບັນດານັກລົງທຶນຫວຽດນາມ ມາຮ່ວມມື, ລົງທຶນດ້ວຍບັນດານະໂຍບາຍໃໝ່ທີ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກສະບາຍ, ດູດດື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ