(VOVWORLD) - ຕອນບ່າຍວັນທີ 15 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ລົງເຮັດວຽກ ກັບແຂວງ ຫວິງລອງ.
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXVN) |
ກ່າວຄໍາເຫັນທີ່ການເຮັດວຽກ ກັບການນໍາແຂວງ ຫວິງລອງ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ສະເໜີໃຫ້ທາງແຂວງ ຈົ່ງສືບຕໍ່ຍູ້ແຮງການປະຕິຮູບການບໍລິຫານ, ລະດົມບັນດາແຫຼ່ງກໍາລັງ, ສ້າງກໍາລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດ. ທ່ານເນັ້ນໜັກວ່າ:
“ໃນປີ 2020, ທາງແຂວງຕ້ອງເປັນເຈົ້າການຕັ້ງໜ້າ ເພື່ອປະຕິບັດສໍາເລັດບັນດາຄາດໝາຍເສດຖະກິດສັງຄົມເວົ້າສະເພາະ ແລະ ທັງໄລຍະ 2016 – 2020 ເວົ້າລວມ. ພ້ອມກັນນັ້ນ, ທາງແຂວງກໍຕ້ອງກະກຽມບັນດາເງື່ອນໄຂເພື່ອກໍ່ສ້າງ ແລະ ຜັນຂະຫຍາຍແຜນການໄລຍະ 2021 – 2025”.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 15 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ໄດ້ໄປຢ້ຽມຢາມບາງຄອບຄົວເປົ້າໝາຍນະໂຍບາຍ, ເຂົ້າຮ່ວມພິທີມອບເຮືອນຢູ່່ 30 ຫຼັງ ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ສໍາຫຼວດສະພາບການນໍ້າທະເລຊຶມຢູ່ເມືອງຫວູງລຽມ.