ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ນ ເຮັດວຽກຢູ່ແຂວງຟູອຽນ
(VOVWORLD) -ຕອນເຊົ້າວັນທີ 16 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ນ ເຮັດວຽກຢູ່ແຂວງຟູອຽນ ກ່ຽວກັບສະພາບເສດຖະກິດສັງຄົມຂອງທ້ອງຖິ່ນ.
ສະພາບການເຮັດວຽກ |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເຈືອງຮ່ວາບິ່ນ ຖືວ່າ: ຟູອຽນ ແມ່ນແຂວງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ໃນໄລຍະຜ່ານມາ, ກໍ່ມີຄວາມມານະພະຍາຍາມທີ່ໜ້າຮັບຮູ້. ໂຄງປະກອບເສດຖະກິດສືບຕໍ່ຫັນປ່ຽນຖືກທິດ, ບັນດາຂົງເຂດວັດທະນະທຳ, ສັງຄົມມີຄວາມກ້າວໜ້າຫຼາຍຢ່າງ, ພິເສດແມ່ນວຽກງານຫລຸດຜ່ອນຄວາມທຸກຍາກສຳລັບເຂດປະຊາຊົນຊົນເຜົ່າສ່ວນໜ້ອຍ. ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ນ ສະເໜີໃຫ້ແຂວງຟູອຽນ ຈົ່ງປະຕິບັດເປົ້າໝາຍຕ້ານໂລກລະບາດ ແລະ ພັດທະນາເສດຖະກິດໃຫ້ເປັນຢ່າງດີ. ປະຕິບັດການໜູນຊ່ວຍວິສາຫະກິດ ແລະ ປະຊາຊົນເປັນຢ່າງດີເພື່ອໃຫ້ ຟູອຽນພັດທະນາໄວ ແລະ ຮອບດ້ານ. ກ່ອນອື່ນໝົດແມ່ນ ຖືເປັນສຳຄັນການພັດທະນາເສດຖະກິດທະເລ, ກະສິກຳເຕັກໂນໂລຊີສູງ, ປຸງແຕ່ງສິນທະເລ. ຍູ້ແຮງການລົງທຶນຢູ່ເຂດ ຟູອຽນໃຕ້.