ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບຮອງເຈົ້າແຂວງແຂວງກວາງຊີ,ຈີນ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບຮອງເຈົ້າແຂວງແຂວງກວາງຊີ,ຈີນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽນ​ດາມ ຟ້າ​ມບິ່ງ​ມິ​ງ
ຕ້ອນຮັບ ທ່ານ ທ໋າງ​ເຣີ໋ນ​ເຈື໋ຍ
(ພາບ: TTXVN)

(vovworld) – ວັນ​ທີ 17/12, ທີ່​ການ​ຕ້ອນຮັບ​ຮອງ​ປະທານ​ຜູ້​ປະຈຳການ​ອຳນາດ​ການ​ປົກຄອງ​ປະຊາຊົນ​ເຂດ​ປົກຄອງດ້ວຍ​ຕົນ​ເອງຂອງ​ຊົນ​ເຜົ່າ ຈວາງ, ​ແຂວງ ກວາງຊີ, ຈີນ ທ່ານ ທ໋າງ​ເຣີ໋ນ​ເຈື໋ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ ຫວຽນ​ດາມ ຟ້າ​ມບິ່ງ​ມິ​ງ ຕີ​ລາຄາ​ສູງບັນດາ​ບາດກ້າວ​ຕັ້ງໜ້າ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນຂອງ ຫວຽດນາມ ກັບ​ແຂວງ ກວາງຊີ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ, ກວາງຊີ ສື​ບຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ ຫວຽດນາມ, ຕັ້ງໜ້າ​ປະຕິບັດ​ບັນດາສະຕິ​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ; ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ໃນ​ບັນດາ​ຂົງ​ເຂດ​ ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ຄົມມະນາຄົມ​ຂົນ​ສົ່ງ, ກະສິກຳ ​ແລະ ການທ່ອງ​ທ່ຽວ.

        ສ່ວນທ່ານ​ຮອງ​ເຈົ້າ​ແຂວງ ​ແຂວງ​ກວາງຊີ ທ໋າງ​ເຣີ໋ນ​ເຈື໋ຍ ຢືນຢັນ​ວ່າ: ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ເຂດ​ປົກຄອງ​ດ້ວຍຕົນ​ເອງຂອງ​ຊົນ​ເຜົ່າ​ ຈວາງ, ​ແຂວງ​ກວາງຊີ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ປັບປຸງ​ມູນ​ເຊື້ອ​ມິດຕະພາບ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ໂຄງການ​ເຊື່ອ​ມຕໍ່​ພື້ນ​ຖານ​ໂຄງ​ລ່າງ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ສ່ວນກ່ຽວຂ້ອງ​ຂອງ ຫວຽດນາມ ກັບ​ແຂວງ ກວາງຊີ ​ແລະ ພ້ອມ​ກັນ​ຊຸກຍູ້​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​​ໃຫ້ພັດທະນາ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ​ແລະ​​ ແທ​ດຈິງ.

 

ຂ່າວ/ບົດ​ອື່ນ