ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສູນກາງແນວລາວສ້າງຊາດ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສູນກາງແນວລາວສ້າງຊາດ - ảnh 1
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສູນກາງແນວລາວສ້າງຊາດ
(ພາບ: VGP/Lê Sơn)

(vovworld) - ຕອນ​ເຊົ້າ​ວັນ​ທີ 8/7, ຢູ່​ສຳນັກງານ​ລັດຖະບານ, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​ໄດ້​ໃຫ້ການຕ້ອນ​ຮັບ​ທ່ານ​ຮອງ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແກ່ນ​ຕາ ກອງ​ບຸນ​ມີ, ທີ່​ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ໄດ້ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ຄະນະ​ສາສະໜາ​ລັດຖະບານ​ຫວຽດນາມ ​ແລະ  ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ. ທ່ານ ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກສະ​ເໜີ​ໃຫ້​ສອງ​ອົງການ​ຄວາມ​ເປັນ​ເຈົ້າ​ການ​ຕັ້ງໜ້າ​ປະຕິບັດ​ລາຍການ​ຮ່ວມ​ມື, ຍົກ​ສູງ​ປະສິດ​ທິ​ຜົນ​ໃນ​ຂົງ​ເຂດ​ສາສະໜາ​ໃນ​ຕໍ່ໜ້າ. ສ່ວນທ່ານ​ຮອງ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແກ່ນ​ຕາ ກອງ​ບຸນ​ມີ ​ ໄດ້ຢັ້ງຢືນ​ວ່າການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ມີ​ຄວາມ​ໝາຍ​ສຳຄັນ​ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ດ້ານ​ສາສະໜາ​ໃຫ້​ແກ່​ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ສາສະໜາ​ຂອງ​ລາວ. ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດຂອງ​ຕົນ​ເພື່ອ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ