ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກກັບຄະນະເສດຖະກິດສູນກາງ
(ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢ້ຽມຢາມ
ແລະເຮັດວຽກກັບຄະນະເສດຖະກິດສູນກາງ)
(vovworld) - ຕອນບ່າຍວັນທີ 16/2, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢ້ຽມຢາມ ແລະເຮັດວຽກກັບຄະນະເສດຖະກິດສູນກາງ. ກ່າວຄວາມເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີຄະນະເສດຖະກິດສູນກາງຜັນຂະຫຍາຍບັນດາໜ້າທີ່ວຽກງານວິຊາສະເພາະຢ່າງມີປະສິດທິຜົນ, ສຸມໃສ່ຄວາມເຫັນໄຈ້ແຍກ, ຕີລາຄາບັນດາແຜນຮ່າງໃຫຍ່, ສົມທົບກັບບັນດາໂຄງການຂອງລັດຖະບານຢ່າງແໜ້ນແຟ້ນ. ພ້ອມທັງຄົ້ນຄ້ວາເພື່ອຍົກອອກແນວຄວາມຄິດ, ນະໂຍບາຍ, ບັນດາຮູບແບບເສດຖະກິດ; ກຳນົດບຸລິມາສິດຕົ້ນຕໍ, ພັດທະນາຄວາມສາມາດບົ່ມຊ້ອນທ່າແຮງຂອງຊາດ, ຈາກນັ້ນແບ່ງແຫຼ່ງກຳລັງໃຫ້ເໝາະສົມ, ປ່ຽນໃໝ່, ມີຫົວຄິດປະດິດສ້າງ, ຍົກສູງປະສິດທິຜົນ, ສະມັດຕະພາບ, ເພີ່ມລາຍຮັບໃຫ້ແກ່ຜູ້ອອກແຮງງານ… ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ, ດ້ວຍຄວາມເຫັນດີເຫັນພ້ອມ ແລະ ຄວາມຕັດສິນໃຈຂອງພະນັກງານ, ລັດຖະກອນທັງໝົດ, ຄະນະເສດຖະກິດສູນກາງຈະໄດ້ຮັບຜົນງານຫຼາຍຢ່າງກວ່າອີກ, ສົມກັບບົດບາດແມ່ນອົງການເສນາທິການຍຸດທະສາດຂອງພັກກ່ຽວກັບຂົງເຂດເສດຖະກິດ - ສັງຄົມ.