ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາສະພາບໄພແຫ້ງແລ້ງຢູ່ເຂດໄຕງວຽນ
(ທ່ານ ຫງວຽນຊວນຟຸກ ໄດ້ລົງກວດຕາສະພາບ
ໄພແຫ້ງແລ້ງຢູ່ເມືອງ ຈືປື ແລະ ຈືເສ ແຂວງຢາລາຍ )
(vovworld) – ຕອນເຊົ້າວັນທີ 24/03, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ ກາວດຶກຟາດ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ລົງກວດຕາສະພາບໄພແຫ້ງແລ້ງຢູ່ເມືອງ ຈືປື ແລະ ຈືເສ ແຂວງຢາລາຍ ເພື່ອຊີ້ນຳວຽກງານຕ້ານໄພແຫ້ງແລ້ງໃນສະເພາະໜ້າ ກໍ່ຄືຍາວນານຢູ່ເຂດ ໄຕງວຽນ. ທີ່ບັນດາທ້ອງຖິ່ນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລະດົມກຳລັງໃຈແກ່ພໍ່ແມ່ປະຊາຊົນຈົ່ງສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນໄລຍະຫຍຸ້ງຍາກ; ພ້ອມທັງຊີ້ນຳອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນຂອງແຂວງ ຢາລາຍ ຜັນຂະຫຍາຍມາດຕະການຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດຖືກປະສົມໄພແຫ້ງແລ້ງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
“ການນຳທ້ອງຖິ່ນຄວນລົງຢ້ຽມຢາມພໍ່ແມ່ປະຊາຊົນ ເພື່ອຖາມຂ່າວສະພາບຊີວິດການເປັນຢູ່ຄືແນວໃດ, ໄພແຫ້ງແລ້ງຄືແນວໃດ. ອຳນາດການປົກຄອງ, ໜ່ວຍພັກຢູ່ທ້ອງຖິ່ນຕ້ອງຮັບປະກັນຊີວິດການເປັນຢູ່ໂດຍພື້ນຖານໃຫ້ປະຊາຊົນ. ກ່ອນອື່ນໝົດ ບໍ່ປະໃຫ້ປະຊາຊົນຖືກອຶດຫິວ, ທີສອງແມ່ນຮັບປະກັນນ້ຳດຶ່ມສະອາດ, ບໍ່ປະໃຫ້ໂລກພະຍາດເກີດຂຶ້ນ. ພວກຂ້າພະເຈົ້າສະເໜີ ພໍ່ແມ່ປະຊາຊົນຄົ້ນຄວ້າ, ອາດຈະທົດແທນການບໍ່ປູກເຂົ້າ ດ້ວຍການປຸກຕົ້ນໄມ້ອື່ນໆ.”
ແລະກໍ່ໃນຕອນເຊົ້າວັນກຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ແລະ ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດພ້ອມກັບບັນດາສະມາຊິກໃນຄະນະປະຕິບັດງານຂອງລັດຖະບານ ໄດ້ເຮັດວຽກກັບການນຳຄະນະຊີ້ນຳເຂດໄຕງວຽນ, ແຂວງຢາລາຍ ແລະ ບັນດາແຂວງໃນເຂດໄຕງວຽນ ກ່ຽວກັບສະພາບໄພແຫ້ງແລ້ງ ແລະ ບັນດາມາດຕະການປ້ອງກັນ ແລະ ຕ້ານໄພແຫ້ງແລ້ງ.