ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອອກຄຳສັ່ງເຄື່ອນພົນຍົກລະດັບເປີດກ້ວາງເສັ້ນທາງຫຼວງ1A
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອອກຄຳສັ່ງເຄື່ອນພົນຍົກລະດັບ
ເປີດກ້ວາງເສັ້ນທາງຫຼວງ1A
(ພາບ: baomoi.com)
|
(vovworld) – ພິທີອອກຄຳສັ່ງເຄື່ອນພົນຍົກລະດັບເປີດກ້ວາງເສັ້ນທາງຫຼວງ 1A ໄດ້ດຳເນີນໃນຕອນເຊົ້າວັນທີ 21/2, ຢູ່ຕາແສງ ເກ໋ວຟູ໋, ເມືອງ ເກ໋ວເຊີນ, ແຂວງ ກວາງນາມ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດານັກລົງທຶນ ແລະ ບັນດາຫົວໜ່ວຍເຂົ້າຮ່ວມການກໍ່ສ້າງ, ຈົ່ງສຸມກຳລັງວັດສະດຸກໍ່ສ້າງ, ພາຫະນະ ແລະ ບຸກຄະລາກອນເພື່ອຮັບປະກັນຄວາມຄືບໜ້າຂອງກິດຈະກຳ, ສຸ້ຊົນປະຕິບັດສຳເລັດໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ ແລະ ຮັບປະກັນຄຸນນະພາບ.
ເສັ້ນທາງຫຼວງ 1A ຕອນແລ່ນຜ່ານແຂວງ ກວາງນາມ ໄດ້ຮັບການເປີດກ້ວາງໄລຍະທາງແລ່ນຜ່ານເມືອງ ຢູຍຊວຽນ, ເກ໋ວເຊີນ, ທັງບີ່ງ, ຟູ໋ນີງ, ນູ໋ຍແທ່ງ ແລະ ນະຄອນ ຕາມກີ່, ມີຍອດລວງຍາວເກືອບ 60 ກມ.