ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຢ້ຽມ ຂໍ່ານັບການນຳພັກ, ລັດ, ສະພາແຫ່ງຊາດ ລາວ
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ເຂົ້າຢ້ຽມຂໍ່ານັບການນຳພັກ, ລັດ, ສະພາແຫ່ງຊາດ ລາວ
(ພາບ: kpl.net.la)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນເຊົ້າວັນທີ 10/12, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ແລະ ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້. ທີ່ການພົບປະກັບບັນດາການນຳລາວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຍາມໃດ ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສຸງສຸດໃນການປັບປຸງ ແລະ ພັດທະນາສາຍພົວພັນແບບພິເສດ, ສັດຊື່ບໍລິສຸດລະຫວ່າງຫວຽດນາມ ແລະ ລາວ. 2 ຝ່າຍກໍ່ແລກປ່ຽນບາງໂຄງການ, ຂົງເຂດຮ່ວມມື, ປະກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການພົວພັນຮ່ວມມື 2 ຝ່າຍຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ. ບົນພື້ນຖານນັ້ນ, 2 ຝ່າຍເຫັນດີສະເໜີບັນດາມາດຕະການຮ່ວມມືໃຫຍ່ລະຫວ່າງ 2 ປະເທດ ໃນໄລຍະຈະມາເຖິງ; ສືບຕໍ່ຮັກສາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ເພີ່ມທະວີວຽກງານແລກປ່ຽນທິດສະດີ ແລະ ສະຫຼຸບພຶດຕິກຳຕົວຈິງລະຫວ່າງ 2 ພັກ, ເຫັນດີຊຸກຍູ້ການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ຍຸດທະສາດດ້ານຄົມມະນາຄົມ ແລະ ພະລັງງານລະຫວ່າງ 2 ປະເທດ… ການນຳຫວຽດນາມ ແລະ ລາວ ເຫັນດີນຳກັນສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ, ນັບທັງຂອບເຂດ 2 ຝ່າຍ ກໍ່ຄືບັນດາເວທີປາໄສລັດຖະສະພາຢູ່ພາກພື້ນ ແລະ ໃນໂລກ.
ແລະກໍ່ໃນວັນທີ 10/12, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມທ່ານ ສີສະຫວາດ ແກ້ວບຸນພັນ, ອະດີດນາຍົກລັດຖະມົນຕີ, ປະທານແນວລາວສ້າງຊາດ ແລະ ຢ້ຽມຢາມອະດີດປະທານສະພາແຫ່ງຊາດລາວ ສະຫມານ ວິຍາເກດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ມີການເຮັດວຽກກັບສະມາຄົມບັນດານັກລົງທຶນຫວຽດນາມ ຢູ່ລາວ…