ຮອງນາຍົກລັດຖະມົນຕີຫວູດື໋ກດາມຕ້ອນຮັບຮອງນາຍົກລັດຖະມົນຕີ ສ.ເກົາຫຼີ
(VOVWORLD) -ໃນຕອນບ່າຍວັນທີ 14 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານ ຫວູດື໋ກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Kim Sang Kon ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການສຶກສາ ສ.ເກົາຫຼີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີຫວູດື໋ກດາມຕ້ອນຮັບຮອງນາຍົກລັດຖະມົນຕີ ສ.ເກົາຫຼີ
(ພາບ: TTXVN)
|
ທີ່ການຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດື໋ກດາມ ຕີລາຄາສາຍພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ພວມໃນໄລຍະພັດທະນາຢ່າງຈົບງາມທີ່ສຸດໃນບັນດາຂົງເຂດຄື ການລົງທຶນ, ການຄ້າ, ເສດຖະກິດ, ວັດທະນະທຳ, ການສຶກສາ. ທ່ານ ຮອງນາຍົກລັດຖະມົນຕີ ຫວູດື໋ກດາມ ຊີ້ແຈ້ງວ່າ: ສ.ເກົາຫຼີ ນອນໃນ top 5 ປະແທດຄູ່ຮ່ວມມືຮ່ວມມືວິທະຍາສາດຂອງ ຫວຽດນາມ, ສະນັ້ນສອງປະເທດມີຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງດ້ານວິທະຍາສາດ. ທ່ານ ຮອງນາຍົກລັດຖະມົນຕີ ປາດຖະໜາວ່າບັນດາອົງການກ່ຽວຂ້ອງສອງປະເທດຜັນຂະຫຍາຍບັນດາມາດຕະການລະອຽດ ໂດຍໄວ, ສ້າງເງື່ອນໄຂເພື່ອນຳນັກຄົ້ນຄ້ວາ ຫວຽດນາມ ໄປຮ່ຳຮຽນຢູ່ ສ.ເກົາຫຼີ.
ສ່ວນທ່ານ ຮອງນາຍົກລັດຖະມົນຕີ ສ.ເກົາຫຼີ Kim Sang Kon ໃຫ້ຮູ້ວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກ່ຽວກັບແບບວິທີການສຶກສາໃໝ່ກັບ ຫວຽດນາມ. ພ້ອມກັນນັ້ນ, ລັດຖະບານ ສ.ເກົາຫຼີ ຈະສືບຕໍ່ສົ່ງເສີມວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າ ຫວຽດນາມ.