ທ່ານຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງ
(ພາບ: VGP/DinhNam)
(vovworld) – “ປະເທດຊາດ - ໄລຍະທາງ 70 ປີ” ແມ່ນຫົວຂໍ້ຂອງງານວາງສະແດງເອກະສານ ໂດຍຫໍສະໝຸດແຫ່ງຊາດ ຫວຽດນາມ ສົມທັບກັບກົມເອກະສານສຳເນົາແຫ່ງລັດ ປະຕິບັດ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 25/8, ຢູ່ຮ່າໂນ້ຍ. ງານວາງສະແດງໄດ້ວາງສະແດງ ເອກະສານອັນລ້ຳຄ່າປະມານ 1.500 ຢ່າງລວມມີ: ປື້ມ, ໜັງສືພິມ, ວາລະສານ, ຮູບພາບ,…ກ່ຽວກັບການປະຕິວັດເດືອນ ສິງຫາ, ວັນຊາດທີ 2/9, ປະທານ ໂຮ່ຈີມິນ ດ້ວຍພາລະກິດປົດປ່ອຍຊາດ ແລະ ຜົນງານຂອງພາລະກິດສ້າງສາປະເທດຊາດໃນ 70 ປີຜ່ານມາ. ນັກປະຫວັດສາດ ເຢືອງຈູງກ໋ວກ ຜູ້ໃຫ້ຄຳປຶກສາດ້ານເນື້ອໃນຂອງງານວາງສະແດງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເລືອກເຟັ້ນບາງຮູບພາບເອກະສານປະຫວັດສາດໃນຊຸມເດືອນປີທຳອິດ, ເມື່ອການປະຕິວັດຫາກໍສຳເລັດຜົນ ແລະ ຫາກໍ່ສະຖາປະນາປະເທດ ຫວຽດນາມ ເອກະລາດ. ພວກຂ້າພະເຈົ້າເລືອກເຟັ້ນບັນດາຮູບພາບວັດທະນະທຳເປັນຕົ້ນຕໍ, ຕາມຄຳເວົ້າຂອງປະທານ ໂຮ່ຈີມິນ ໃນກອງປະຊຸມວັດທະນະທຳທົ່ວປະເທດໃນເດືອນ 11 / 1946 ແມ່ນ (ວັດທະນະທຳເຍືອງທາງໃຫ້ປະຊາຊົນທົ່ວປະເທດ). ຢູ່ທີ່ນີ້, ພວກຂ້າພະເຈົ້າເລືອກເຟັ້ນບັນດາຮູບພາບກ່ຽວກັບປະເທດໃໝ່, ຄຽງຂ້າງດ້ານເສດຖະກິດ ຊຶ່ງສຳຄັນທີ່ສຸດແມ່ນວັດທະນະທຳ. ວັດທະນະທຳສ້າງເປັນສັງຄົມໃໝ່, ມະນຸດໃໝ່.”