(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄອບຄົວຫວຽດນາມ (28/06), ຕອນເຊົ້າວັນທີ 26/06, ຢູ່ສູນວາງສະແດງວັດທະນະທຳ, ສິລະປະຫວຽດນາມ, ກະຊວງວັດທະນະທຳ, ກຳລາ ແລະ ທ່ອງທ່ຽວ ໄດ້ຈັດຕັ້ງພິທີໄຂວັນບຸນຄອບຄົວ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຂົ້າຮ່ວມ.
ດ້ວຍຫົວຂໍ້ “ຄາບເຂົ້າແຫ່ງຄວາມອົບອຸ່ນ ແລະ ຄວາມຮັກແພງ”, ວັນຄອບຄົວປີນີ້ ຈະດຳເນີນບັນດາການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍ. ທ່ານ ເວືອງຢຸຍບຽນ, ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກຳລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ.
“ຄອບຄົວໃດກໍ່ຕ້ອງມີເວລາເຕົ້າໂຮມກັນ, ນັ້ນແມ່ນຄາບເຂົ້າທີ່ເປັນມູນເຊື້ອຂອງບັນດາຄອບຄົວຫວຽດນາມ. ຄາບເຂົ້ານັ້ນຕ້ອງມີການປະກອບສ່ວນ, ຄວາມແບ່ງປັນຈາກສະມາຊິກໃນຄອບຄົວ. ຂ້າພະເຈົ້າຢາກທະວີຄູນຜົນສະທ້ອນນັ້ນ, ຄວາມໝາຍນັ້ນໃນປະຊາຄົມສັງຄົມຂອງພວກເຮົາ”.
ແລະກໍ່ໃນວັນທີ 26/06, ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມໄດ້ເຂົ້າຮ່ວມກອງປະຊຸມຍ້ອງຍໍຄອບຄົວແມ່ຍິງນະຄອນຫຼວງທີ່ດີເດັ່ນ, ໂດຍສະຫະພັນແມ່ຍິງຮ່າໂນ້ຍ ສົມທົບກັບສູນວາງສະແດງວັດທະນະທຳ, ສິລະປະຫວຽດນາມ ຈັດຕັ້ງ.