ຮອງນາຍົກລັດຖະມົນຕີຫວູດຶກດາມເຮັດວຽກກັບໜັງສືພິມກອງທັບປະຊາຊົນ
ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມ
ເຮັດວຽກກັບໜັງສືພິມກອງທັບປະຊາຊົນ
(ພາບ: TTXVN)
(vovworld) – ວັນທີ 15/02, ເມື່ອໄປຢ້ຽມຢາມ ແລະ ເຮັດວຽກກັບກັບການນຳ, ພະນັກງານ, ນັກຂ່າວ, ພະລາກອນໜັງສືພິມກອງທັບປະຊາຊົນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ ໜັງສືພິມກອງທັບປະຊາຊົນ ຕ້ອງແມ່ນໜັງສືພິມທີ່ໄດ້ມາດຕະຖານ, ມີຊື່ສຽງໃນຊີວິດສັງຄົມ ແລະ ພາລະກິດພັດທະນາສື່ມວນຊົນຢູ່ພາຍໃນປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ ເພື່ອໃຫ້ໜັງສືພິມກອງທັບປະຊາຊົນກາຍເປັນອົງການສື່ມວນຊົນຫຼາຍປະເພດ ຕ້ອງປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ໂຄສະນາຢ່າງທັນການ, ຊັດເຈນ ແລະ ຖືກຕ້ອງຕາມການກຳນົດທິດ. ຢາກເຮັດໄດ້ສິ່ງດັ່ງກ່າວ ຕ້ອງຍົກສູງທັກສະທາງດ້ານອາຊີບ, ຄຸນນະທາດໃຫ້ຖັນແຖວ ຜູ້ເຮັດວຽກງານໜັງສືພິມກອງທັບ.