ຮອງນາຍົກລັດຖະມົນຕີຫວຽດນາມຕ້ອນຮັບປະທານ BCIU ຂອງອາເມລິກາ
ທ່ານ ຟ້າມບິ່ງມິງ ແລະ ທ່ານ Peter Tichansky
|
(vovworld) - ຕອນບ່າຍວັນທີ 20/10, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ Peter Tichansky, ທ່ານປະທານສະພາວິສາຫະກິດຊຸກຍູ້ການພົວພັນສາກົນ (BCIU) ຂອງ ອາເມລິກາ. ທີ່ການຕ້ອນຮັບ, ທ່ານ Peter Tichansky ປະທານ BCIU ຂອບໃຈ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາໂຕະມົນໂດຍ BCIU ຈັດຕັ້ງໃນເດືອນ 9/2016 ຢູ່ ນິວຢອກ ແລະ ໄດ້ແລກປ່ຽນ, ແກ້ບັນຫາຂ້ອງໃຈໂດຍກົງ ແລະ ສົ່ງເສີມບັນດາວິສາຫະກິດ ອາເມລິກາ ສືບຕໍ່ເປີດກວ້າງການດຳເນີນທຸລະກິດຢູ່ຫວຽດນາມ.
ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ກໍ່ຢືນຢັນວ່າ, ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ ອາເມລິກາ ມີຄວາມອຸ່ນອ່ຽນໃຈລົງທຶນ, ດຳເນີນທຸລະກິດຍາວນານຢູ່ ຫວຽດນາມ, ໃຫ້ຄຳໝັ້ນສັນຍາວ່າ, ຝ່າຍ ຫວຽດນາມຈະຕັ້ງໜ້າໜູນຊ່ວຍ BCIU ແລະ ບັນດາວິສາຫະກິດ ອາເມລິກາ ໃນການຊອກຮູ້ຕະຫຼາດ, ເຊື່ອມຕໍ່ຄູ່ຮ່ວມມື ແລະ ຫວັງວ່າ BCIU ຈະສືບຕໍ່ມີບັນດາການເຄື່ອນໄຫວຮ່ວມມືກັບ ຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດເວົ້າສະເພາະ ແລະ ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເວົ້າລວມ, ຕາມທິດແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ.