ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຂົ້າຮ່ວມພິທີຕັ້ງຊື່ໃຫ້ໂຮງຮຽນມັດທະຍົມຕອນຕົ້ນຫງວຽນວັນຈິ໋ງຢູ່ລອງອານ

(VOVWORLD) -ວັນທີ 04 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ເຂົ້າຮ່ວມພິທີຕັ້ງຊື່ໃຫ້ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນວັນຈິ໋ງ. ໂຮງຮຽນໄດ້ຕັ້ງເອົາຊື່ຂອງນັກກອມມູນິດທີ່ຈົງຮັກພັກດີ ຫງວຽນວັນຈິ໋ງ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຂົ້າຮ່ວມພິທີຕັ້ງຊື່ໃຫ້ໂຮງຮຽນມັດທະຍົມຕອນຕົ້ນຫງວຽນວັນຈິ໋ງຢູ່ລອງອານ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຕີກອງໄຂສົກຮຽນໃໝ່ 2017 – 2018

(ພາບ: baolongan.vn)

ເຊິ່ງແມ່ນລູກຮັກຫຼານແພງຂອງບ້ານເກີດເມືອງນອນ ລອງອານ, ນີ້ແມ່ນໂອກາດເພື່ອໃຫ້ທ້ອງຖິ່ນສຶກສາມູນເຊື້ອໃຫ້ຄົນລຸ້ນໜຸ່ມຈົດຈຳ ແລະ ຕອບບຸນແທນຄຸນຕໍ່ຄົນລຸ້ນກ່ອນໆ. ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຕີກອງໄຂສົກຮຽນໃໝ່ 2017 – 2018.

        ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ກໍໄດ້ເຂົ້າຮ່ວມພິທີເປີດສະຫຼອງເສັ້ນທາງ ວິ້ງງວຽນ ແລະ ທາງ ໄທ່ບາໂລ ແລະ ມອບທຶນການສຶກສາ, ມອບຂອງຂວັນໃຫ້ບັນດານັກຮຽນທີ່ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ເຈືອງວັນບາງ ແລະ ໂຮງຮຽນມັດທະຍົມສົມບູນ ຫງວຽນທິມົດ ທີ່ຂຶ້ນກັບເມືອງ ເກີນຢວກ, ແຂວງ ລອງອານ.

ຕອບກັບ

ຂ່າວ/ບົດ​ອື່ນ