ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຂົ້າຮ່ວມພິທີປຸກລະດົມບຸນເຕັດປູກຕົ້ນໄມ້
|
(vovworld) - ວັນທີ 12/2, ຢູ່ຕາແສງ ຢາວລອງ, ເມືອງ ຢາວຖູຍ, ແຂວງ ນາມດິ້ງ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບຄະນະກຳມະການປະຊາຊົນແຂວງ ນາມດິ້ງ ຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວແທດຈິງ ເພື່ອແນໃສ່ໂຄສະນາ, ສຶກສາ ແລະ ເສີມຂະຫຍາຍນ້ຳໃຈປະຈັນບານ, ອາສາສະໝັກຂອງໄວໜຸ່ມໃນວຽກງານປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງບັນຍາກາດແຂ່ງຂັນທີ່ຟົດຟື້ນໃນໝູ່ສະມາຊິກຊາວໜຸ່ມ, ຊາວໜຸ່ມສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ທຸກຊັ້ນມຸ່ງໄປເຖິງກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດຄັ້ງທີ 11, ອາຍຸການ 2017 – 2022. ພາຍຫຼັງພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ພ້ອມກັບບັນດາຜູ້ແທນສູນກາງ ແລະ ສະມາຊິກຊາວໜຸ່ມ, ປະຊາຊົນເມືອງ ຢາວຖູຍ 1.500 ຄົນເຂົ້າຮ່ວມການປູກຕົ້ນໄມ້ 3.500 ຕົ້ນເພື່ອກັນຟອງທະເລຢູ່ເຂດແຄມທະເລຕາແສງ ຢາວລອງ.