ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເຮັດວຽກກັບ
ຄະນະສາສະໜາລັດຖະບານ ສັງກັດກະຊວງພາຍໃນ
(ພາບ: VGP/LeSon)
(vovworld) - ຕອນເຊົ້າວັນທີ 9/6, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເຮັດວຽກກັບຄະນະສາສະໜາລັດຖະບານ ສັງກັດກະຊວງພາຍໃນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ, ໜຶ່ງໃນບັນດາໜ້າທີ່ສຳຄັນຂອງຄະນະສາສະໜາລັດຖະບານໃນໄລຍະຈະມາເຖິງ ແມ່ນເລື່ອງຜັນຂະຫຍາຍແຜນຮ່າງ “ນະໂຍບາຍສັງລວມກ່ຽວກັບການເຊື່ອຖື, ສາສະໜາຢູ່ ຫວຽດນາມ“. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຮຽກຮ້ອງຄະນະສາສະໜາລັດຖະບານເປັນເສນາທິການເພື່ອປັບປຸງກົດໝາຍວ່າດ້ວຍການເຊື່ອຖື, ສາສະໜາ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຍື່ນສະເໜີຕໍ່ສະພາແຫ່ງຊາດຊຸດທີ 14 ຮັບຮອງເອົາ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກໍ່ສະເໜີ ຄະນະສາສະໜາລັດຖະບານ ຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີແຜນຮ່າງເວທີປາໄສພຸດທະສາສະໜາ ອາຊຽນປີ 2016, ເຊິ່ງຄາດວ່າຈະຈັດຕັ້ງຢູ່ແຂວງ ນິງບິ່ງໃນເດືອນ 10 ປີນີ້ໂດຍໄວ.