ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld) - ຕອນບ່າຍວັນທີ 26/2, ໃນການປະຕິບັດງານຢູ່ບັນດາແຂວງພາກໃຕ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຮັດວຽກກັບການນຳນະຄອນ ເກີນເທີ ກ່ຽວກັບສະພາບການເສດຖະກິດ, ສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕີລາຄາສູງເສດຖະກິດ ສັງຄົມຂອງນະຄອນໃນ 2 ເດືອນຕົ້ນປີ 2017, ໄດ້ພັດທະນາສະຖຽນລະພາບ, ການຄ້າ, ການບໍລິການ ແມ່ນຈຸດພົ້ນເດັ່ນຂອງເຂດທົ່ງພຽງແມ່ນ້ຳຂອງ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃສ່ໃຈວ່າແຂວງ ເກີນເທີ ຕ້ອງເອົາໃຈໃສ່ລົງທຶນໃນຂົງເຂດກະສິກຳ, ຍົກສູງວົງເງິນສົ່ງອອກ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຈາະຈິ້ມນະຄອນ ເກີນເທີ ສົມທົບກັບກະຊວງຄົມມະນາຄົມຂົນສົ່ງ, ບັນດາບໍລິສັດການບິນເພື່ອຮຽກຮ້ອງການລົງທຶນ, ກໍ່ສ້າງສະໜາມບິນສາກົນ ເກີນເທີ ໃຫ້ກາຍເປັນສະໜາມບິນຈຸດສຸມຂອງເຂດທົ່ງພຽງແມ່ນ້ຳຂອງ. ເກີນເທີກໍ່ຕ້ອງຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນໂດຍໄວ ເພື່ອດຶງດູດບັນດານັກລົງທຶນທັງຢູ່ພາຍໃນ ແລະ ສາກົນເຂົ້າມາລົງທຶນ.