ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເປັນປະທານກອງປະຊຸມຄະນະຊີ້ນຳການບໍລິຫານລາຄາ

(VOVWORLD) -ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳການບໍລິຫານລາຄາຂອງລັດຖະບານ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳຕີລາຄາວຽກງານບໍລິຫານລາຄາໃນໄລຍະຜ່ານມາ ແລະ ສຸມໃສ່ແກ້ໄຂການຜັນຂະຫຍາຍໜ້າທີ່ນັບແຕ່ນີ້ຮອດທ້າຍປີ.

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເປັນປະທານກອງປະຊຸມຄະນະຊີ້ນຳການບໍລິຫານລາຄາ - ảnh 1 ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວ

(ພາບປະກອບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ສະພາບການໂລກພວມມີການຜັນແປທີ່ໜ້າສົນໃຈຄືເລື່ອງ ກົມສະສົມສະຫະລັດອາເມລິກາ FED ຂັ້ນອັດຕາດອກເບ້ຍເງິນກູ້ຢືມ ຫຼື ສົງຄາມການຄ້າລະຫວ່າງອາເມລິກາ - ຈີນ ໃນໄລຍະຫວ່າງມໍ່ໆມານີ້ິ, ສິ່ງດັ່ງກ່າວໄດ້ກໍ່ໃຫ້ເກີດຄວາມກົດດັ່ນບໍ່ແມ່ນນ້ອຍເຖິງການບໍລິຫານເສດຖະກິດສັງຄົມຢູ່ພາຍໃນປະເທດ. ເຖິງຢ່າງໃດກໍ່ຕາມ, ລັດຖະບານໄດ້ຢັ້ງຢືນຄວາມຕັດສິນໃຈຄວບຄຸມໄພເງິນເຟີ້ບໍ່ເກີນ 4% ຖືກຕາມຄາດໝາຍເຊິ່ງສະພາແຫ່ງຊາດວາງອອກ. ທ່ານຮອງນາຍົກລັດຖະມົນຕີສະເໜີວ່າ, ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕັດສິນໃຈຮັກສາລາຄາບັນດາປະເພດສິນຄ້າໂດຍລັດກຳນົດລາຄາໃຫ້ເປັນປົກກະຕິ, ຕັດສິນໃຈປະຕິບັດບັນດາມາດຕະການຮັກສາລາຄາໃຫ້ເປັນປົກກະຕິ ແລະ ບັນດາສິນຄ້າທີ່ມີທ່າອ່ຽງລາຄາເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ