ຮອງນາຍົກລັດຖະມົນຕີເວືອງດີງເຫວ້ເຮັດວຽກກັບທະນາຄານນະໂຍບາຍສັງຄົມ

ຮອງນາຍົກລັດຖະມົນຕີເວືອງດີງເຫວ້ເຮັດວຽກກັບທະນາຄານນະໂຍບາຍສັງຄົມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ  ​ເວື​ອງດີງ​ເຫວ້ ​
ເຮັດ​ວຽກ​ກັບ​ທະນາຄານ​ນະ​ໂຍບາຍ​ສັງຄົມ
(ພາບ: VGP)

(vovworld) - ​​ ຕອນ​ບ່າຍວັນ​ທີ 16/06 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້ ​ໄດ້​ເຮັດ​ວຽກ​ກັບ​ທະນາຄານ​ນະ​ໂຍບາຍ​ສັງຄົມ ​ແລະ ມອບຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ກ່ຽວກັບ​ເລື່ອງ​ແຕ່ງ​ຕັ້ງທ່ານ ​ເລ​ມີ​ງຮຶງ ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນປະທານ​ສະພາ​ບໍລິຫານ​ທະນາຄານ​ນະ​ໂຍບາຍ​ສັງຄົມ. ກ່າວຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ຮັບ​ຮູ້ວ່າ​ທະນາຄານ​ນະ​ໂຍບາຍ​ສັງ​ຄົມ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ບັນດາ​ນະ​ໂຍບາຍ​ສັງຄົມ​ອື່ນໆ, ປະກອບສ່ວນ​ເຂົ້າ​​ໃນການ​ພັດທະນາ​ເສດຖະກິດ, ສັງຄົມ, ຮັກສາ​ສະຖຽນ​ລະ​ພາບ​ດ້ານການ​ເມືອງ​, ຮັບປະກັນຊີວິດ​ສັງຄົມ. ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ ດ້ວຍ​ບົດບາດ​ເປັນ​ທະນາຄານ​ຂອງ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ບັນດາ​ສະມາຊິກ​ໃນ​ສະພາ​ບໍ​ລິ​ຫານ, ຜູ້ອຳນວຍການ​ໃຫຍ່ທະນາຄານ​ປະຕິບັດ​ປັດ​ໃຈ​ແຫ່ງ​ລັດ ​ແລະ ປັດ​ໃຈ​ຕະຫລາດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານຢ່າງ​ກົມ​ກຽວ, ​ໃນ​ນັ້ນ ປັດ​ໃຈ​ແຫ່ງ​ລັດ​​ເປັນ​ເຈົ້າພາ​ທາງ.

 

ຂ່າວ/ບົດ​ອື່ນ