(ພາບ:dddn.com.vn)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 17-24/9, ທ່ານ Henry Kajura ຮອງນາຍົກລັດຖະມົນຕີຜູ້ທີ 1 ປະເທດສາທາລະນະລັດ Uganda ໄດ້ມີການພົບປະກັບການນໍາລັດຖະບານຫວຽດນາມ, ຜູ້ຕາງໜ້າກະຊວງອຸດສາຫະກຳ, ການຄ້າ, ທະນາຄານແຫ່ງລັດຫວຽດນາມ ເພື່ອແລກປ່ຽນກ່ຽວກັບຄວາມສາມາດໃນການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດກະສິກໍາ, ການຄ້າ, ການຜະລິດອຸດສາຫະກໍາ, ການລົງທຶນ, ການຮ່ວມມື ແລະ ການດໍາເນີນທຸລະກິດເງິນຕາຕ່າງປະເທດ…Uganda ພວມພິຈາລະນາຄວາມສາມາດເລືອກທະນາຄານ SHB ແມ່ນຂົວຕໍ່ໃນຂົງເຂດການລົງທຶນ, ອະປະທໍາດ້ານການຄ້າ, ຊຳລະສາກົນ ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນດໍາເນີນທຸລະກິດດ້ານການສົ່ງອອກນຳເຂົ້າຂາອອກໄປຍັງ ອາຟຣິກກາ, Uganda ແລະ ກົງກັນຂ້າມ.
Uganda ແມ່ນປະເທດໜຶ່ງຢູ່ອາຟຼິກກາຕາເວັນອອກ, ມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນດ້ວຍບັນດາບໍ່ເຫຼັກ, ບໍ່ຄຳ ແລະ ແມ່ນຕະຫຼາດຈຳໜ່າຍທີ່ມີຄວາມສາມາດບົ່ມຊ້ອນສຳລັບບັນດາປະເພດສິນຄ້າສົ່ງອອກຂອງຫວຽດນາມ./.