|
(vovworld) - ວັນທີ 20/2, ຢູ່ນອກກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ Boracay, ປະເທດ ຟີລິບປິນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Perfecto Yasay. ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະສັນຕັ້ງໜ້າຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື. ລັດຖະມົນຕີ 2 ທ່ານກໍ່ເຫັນດີເປັນເອກະສັນຍູ້ແຮງການຮ່ວມມືແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ແລະ ການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ພ້ອມທັງເຈລະຈາ ແລະ ເຊັນສັນຍາສົ່ງຜູ້ຮ້າຍ ແລະ ສັນຍາມອບສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກໂດຍໄວ. ທ່ານລັດຖະມົນຕີການຕ່າງປະເທດ Yasay ເຫັນດີເປັນເອກະສັນຕໍ່ຂໍ້ສະເໜີຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ກ່ຽວກັບເລື່ອງສືບຕໍ່ຕັ້ງໜ້າຮ່ວມມືແກ້ໄຂບັນຫາຊາວປະມົງ, ກ່ຳປັ່ນບົນນ້ຳໃຈມະນຸດສະທຳ ແລະ ການພົວພັນມິດຕະພາບອັນດີງາມລະຫວ່າງ 2 ປະເທດ.
2 ຝ່າຍເປັນເອກະສັນກັນຊຸກຍູ້ການເພີ່ມທະວີຄວາມສາມັກຄີ ແລະ ຮັກສາບົດບາດໃຈກາງຂອງ ອາຊຽນ ໃນບັນດາບັນຫາໃຫຍ່ກ່ຽວຂ້ອງເຖິງຄວາມສະຫງົບປອດໄພ, ຜົນປະໂຫຍດຂອງແຕ່ລະປະເທດ ແລະ ພາກພື້ນ.
ທີ່ການພົບປະກັບທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi, 2 ຝ່າຍໄດ້ເປັນເອກະສັນຊຸກຍູ້ການຮ່ວມມືປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ໃຫ້ຄຳໝັ້ນສັນຍາພ້ອມແລ້ວທີ່ຈະແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນບັນຫາຕ້ານການກໍ່ການຮ້າຍ ເພື່ອແນໃສ່ສະກັດກັ້ນໄພກໍ່ໃຫ້ເກີດການກໍ່ການຮ້າຍໃນພາກພື້ນ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາ. ທ່ານນາງລັດຖະມົນຕີການຕ່າງປະເທດ Retno Marsudi ເນັ້ນໜັກວ່າ: ຈະສົມທົບກັນຢ່າງເນັ້ນແຟ້ນກັບ ຫວຽດນາມ ໃນປີ APEC 2017 ແລະ ຊຸກຍູ້ ອາຊຽນ ຮັກສາບົດບາດໃຈກາງ, ພັດທະນາຢ່າງສົມດຸ່ນໃນ 3 ເສົາຄ້ຳຄື: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ ແລະ ເປີດກ້ວາງການຮ່ວມມືກັບພາຍນອກ.
ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພໃນການເດີນເຮືອ ແລະ ການບິນ. 2 ຝ່າຍເປັນເອກະສັນຢຶດໝັ້ນຕໍ່ຫຼັກໝັ້ນລວມແມ່ນ ແກ້ໄຂການຂັດແຍ່ງກັນຜ່ານບັນດາມາດຕະການສັນຕິພາບ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີ UNCLOS 1982 ແລະ ບັນດາວິວັດທະນາການດ້ານການທູດ ແລະ ນິຕິກຳອື່ນໆ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ ອື່ນໆໃນການປະຕິບັດ DOC ຢ່າງມີປະສິດທິຜົນ ແລະ ຊຸກຍູ້ການບັນລຸ COC ໂດຍໄວ.