ຮອງນາຍົກລັດຖະມົນຕີ ຟ້າມບິງມິງໃຫ້ການຕ້ອນ ຮັບເອກອັກຄະລັດຖະ ທູດມຽນມາ, ສະໂລວາເກຍຄົນໃໝ່
ທ່ານຟ້າມບິງມິງຕ້ອນຮັບທ່ານ Igor Packolák
(ພາບ: VGP/Hải Minh
(vovworld)- ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດມຽນມາ ຄົນໃໝ່ ເມື່ອຕອນບ່າຍວັນທີ 27/3, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຟ້າມບິງມິງ ໄດ້ຊົມເຊີຍບັນດາຜົນງານຊື່ງ ປຊຊ ມຽນມາ ບັນລຸໄດ້ໃນພາລະກິດສ້າງສາ, ພັດທະນາປະເທດຊາດ ພ້ອມທັງສະແດງໃຫ້ເຫັນຄວາມເຊື່ອໝັ້ນວ່າ: ມຽນມາ ຈະສືບຕໍ່ຮັກສາສະຖຽນລະພາບ ແລະ ພັດທະນາ, ຮັບປະກັນໜ້າທີ່ເປັນປະທານອາຊຽນ ໃນປີ 2014 ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ໃນພາກພື້ນ. ສ່ວນທ່ານ Uyn Lai ເອກອັກຄະລັດຖະທູດມຽນມາ ປະຈຳຫວຽດນາມ ຢືນຢັນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການເປີດກ້ວາງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານ Igor Packolák ເອກອັກຄະລັດຖະທູດສະໂລວາເກຍ ປະຈຳຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຟ້າມບິງມິງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນເອີລົບຕາເວັນອອກກາງເປັນສຳຄັນ ຊື່ງປະເທດສ.ສະໂລວາເກຍແມ່ນໜຶ່ງໃນບັນດາປະເທດຮັບບຸລິມະສິດ. ທ່ານຢືນຢັນວ່າ, ກະຊວງການຕ່າງປະເທດຫວຽດນາມ ຈະສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ທ່ານເອກອັກຄະລັດຖະທູດ Igor Packolák ປະຕິບັດໜ້າທີ່ຢູ່ຫວຽດນາມ ສຳເລັດຜົນ./.