ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເຂົ້າຮ່ວມເວທີປາໄສແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍ

(VOVWORLD) - ບັນດາຜູ້ແທນໄດ້ແບ່ງປັນບັນດາສິ່ງທ້າທາຍ, ຄວາມຫຍຸງຍາກ ເຊິ່ງເພດຍິງພວມປະເຊີນໜ້າໃນໄລຍະປະຈຸບັນ. ຈາກນັ້ນ ສະເໜີຫລາຍມາດຕະການ ເພື່ອຊ່ວຍເພີ່ມທະວີບົດບາດຂອງແມ່ຍິງໃນ ຊີວິດການເປັນຢູ່ ກໍ່ຄືຍົກສູງສິດສະເໝີພາບລະຫວ່າງຍິງ - ຊາຍ.
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເຂົ້າຮ່ວມເວທີປາໄສແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍ - ảnh 1ທ່ານ ຟ້າມບີງມິງ ກ່າວຄຳເຫັນທີ່ເວທີປາໄສແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍ (ພາບ: ແມ່ຍິງຫວຽດນາມ)

ທີ່ເວທີປາໄສ “ແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ ສ້າງການພົວພັນມິດຕະພາບຮ່ວມມື ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົນເຖິງປີ 2030” ໂດຍສູນກາງສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 15 ກັນຍາ, ບັນດາຜູ້ແທນຖືວ່າ: ໃນໄລຍະຈະມາເຖິງ ແມ່ຍິງ 3 ປະເທດ ຄວນມີລາຍການຮ່ວມມື, ໜູນຊ່ວຍຕື່ມອີກ ເພື່ອພ້ອມກັນພັດທະນາໃນຫລາຍຂົງເຂດ. ເວທີປາໄສດຶງດູດການເຂົ້າຮ່ວມຂອງຜູ້ແທນແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ ກ່ວາ 80 ຄົນ. ນະທີ່ນີ້, ບັນດາຜູ້ແທນໄດ້ແບ່ງປັນບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກ ເຊິ່ງເພດຍິງພວມປະເຊີນໜ້າໃນໄລຍະປະຈຸບັນ. ຈາກນັ້ນ ສະເໜີຫລາຍມາດຕະການ ເພື່ອຊ່ວຍເພີ່ມທະວີບົດບາດຂອງແມ່ຍິງໃນ ຊີວິດການເປັນຢູ່ ກໍ່ຄືຍົກສູງສິດສະເໝີພາບລະຫວ່າງຍິງ - ຊາຍ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກ່າວວ່າ:

        “ຂ້າພະເຈົ້າຫວັງວ່າ ຜ່ານເວທີປາໄສຄັ້ງນີ້, ບັນດາຜູ້ແທນ ຈະປະກອບສ່ວນສະເໜີບັນດາມາດຕະການທີ່ມີປະສິດທິຜົນ ເພື່ອຮັບມືກັບບັນດາສິ່ງທ້າທາຍລວມໃນປະຈຸບັນ, ໃນນັ້ນມີເລື່ອງ ລົບລ້າງການຈຳແນກການປະພຶດລະຫວ່າງຍິງ - ຊາຍ, ຍຸບເລີກບັນດາຮົ້ວກີດຂວາງດ້ານນະໂຍບາຍກ່ຽວກັບການຈຳແນກການປະພຶດລະຫວ່າງຍິງ - ຊາຍ, ຮັບປະກັນວຽກເຮັດງານທຳຢ່າງໝັ້ນຄົງ, ສ້າງຄວາມສະດວກໃຫ້ແມ່ຍິງໄດ້ສຳພັດກັບທຶນ, ເຕັກໂນໂລຊີ, ທີ່ດິນ, ຕະຫລາດ, ສ້າງບັນລະໂອກາດສຶກສາຕື່ມອີກໃຫ້ແມ່ຍິງ ແລະ ເດັກຍິງ”.

ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເຂົ້າຮ່ວມເວທີປາໄສແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍ - ảnh 2ທ່ານ ຟ້າມບີງມິງ ແລະ ຜູ້ແທນຝ່າຍ ລາວ - ກຳປູເຈຍ - ຫວຽດນາມ (ພາບ: ແມ່ຍິງຫວຽດນາມ)
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເຂົ້າຮ່ວມເວທີປາໄສແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍ - ảnh 3ທີ່ເວທີປາໄສ (ພາບ: ແມ່ຍິງຫວຽດນາມ)
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເຂົ້າຮ່ວມເວທີປາໄສແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍ - ảnh 4ທີ່ເວທີປາໄສ (ພາບ: ແມ່ຍິງຫວຽດນາມ)
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເຂົ້າຮ່ວມເວທີປາໄສແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍ - ảnh 5 (ພາບ: ແມ່ຍິງຫວຽດນາມ)

ຕອບກັບ

ຂ່າວ/ບົດ​ອື່ນ