ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ພົບປະ2ຝ່າຍ ໃນຂອບເຂດກອງປະຊຸມ ASEM ຄັ້ງທີ 13

(VOVWORLD) - ທີ່ການພົບປະກັບທ່ານ Jean – Yves Le Drian, ລັດຖະມົນຕີກະຊວງ ເອີລົບ ແລະ ການຕ່າງປະເທດ ຝຣັ່ງ, 2 ຝ່າຍເຫັນດີເປັນເອກະສັນຕັ້ງໜ້າຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍ

ວັນທີ 20 ພະຈິກ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ASEM ຄັ້ງທີ 13 (FMM-13) ຈັດຕັ້ງຢູ່ ມຽນມາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ມີການພົບປະ 2 ຝ່າຍກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດຄື: ຝຣັ່ງ, ລຸກຊຳບວກ, ຮູງກາຣີ, ແຟງລັງ ແລະ ຕ້ອນຮັບລັດຖະມົນຕີ ຣູມານີ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ພົບປະ2ຝ່າຍ ໃນຂອບເຂດກອງປະຊຸມ ASEM ຄັ້ງທີ 13 - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ຮູງກາຣີ (ເບື້ອງຊ້າຍ)

        ທີ່ການພົບປະ, ບັນດາປະເທດປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ຫວຽດນາມ ໃນນັ້ນ ມີການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA). ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາປະເທດແບ່ງປັນຫຼັກໝັ້ນຫຼັກການຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ຢ່າງແທດຈິງ ແລະ ມີປະສິດທິຜົນໂດຍໄວ.

        ທີ່ການພົບປະກັບທ່ານ Jean – Yves Le Drian, ລັດຖະມົນຕີກະຊວງ ເອີລົບ ແລະ ການຕ່າງປະເທດ ຝຣັ່ງ, 2 ຝ່າຍເຫັນດີເປັນເອກະສັນຕັ້ງໜ້າຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍ, ຊຸກຍູ້ການຮ່ວມມືເສດຖະກິດຕາມທິດເອົາໃຈໃສ່ລົງທຶນ ເຂົ້າໃນບັນດາໂຄງການຂຽວ ແລະ ພັດທະນາແບບຍືນຍົງ, ເໝາະສົມກັບບຸລິມະສິດ 2 ປະເທດ.

        ທີ່ການພົບປະກັບທ່ານ Jean Asselborn, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ເອີລົບ ລຸກຊຳບວກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ເຫັນດີສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລຸກຊຳບວກ ປີ 2018. ທ່ານລັດຖະມົນຕີ Jean Asselborn ຕີລາຄາສູງບົດບາດ ແລະ ທີ່ຕັ້ງທີ່ນັບມື້ນັບສູງຂອງ ຫວຽດນາມ ຢູ່ ອາຊີ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ Jean Asselborn ໄດ້ປະກາດຊ່ວຍເຫຼືອເງິນ 100.000 ເອີໂຣ ໃຫ້ແກ່ປະຊາຊົນບັນດາເຂດທີ່ຖືກຜົນສະທ້ອນຈາກພາຍຸ Damrey.

        ໃນການພົບປະກັບທ່ານ Peter Szijjarto, ລັດຖະມົນຕີການຕ່າງປະເທດ ຮູງກາຣີ, 2 ຝ່າຍແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ສ້າງເງື່ອນໄຂໃຫ້ສິນຄ້າສົ່ງອອກຂອງ 2 ຝ່າຍແຊກຊຶມກັບຕະຫຼາດຂອງກັນກ່ວາອີກ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ Peter Szijjarto ໄດ້ແຈ້ງໃຫ້ຮູ້ວ່ານັບແຕ່ເດືອນ ກັນຍາ ປີ 2018 ຈະເພີ່ມຈຳນວນທຶນການສຶກສາໃຫ້ນັກສຶກສາ ຫວຽດນາມ ຂຶ້ນທົບ 2 ເທົ່າ.

        ແລະກໍ່ໃນວັນດຽວກັນ, ຢູ່ນອກກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ກໍ່ໄດ້ຕ້ອນຮັບລັດຖະມົນຕີການຕ່າງປະເທດ ສະໂລວາເນຍ, ລັດຖະມົນຕີການຕ່າງປະເທດ ເຢຍລະມັນ ແລະ ຮອງລັດຖະມົນຕີ ໂປໂລຍ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ