ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢ້ຽມຢາມສ.ເຊັກ ຢ່າງເປັນທາງການ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢ້ຽມຢາມສ.ເຊັກ ຢ່າງເປັນທາງການ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າມບິ່ງມິ​ງ
ເຮັດວຽກກັບທ່ານ​ຮອງ​ນາຍົກລັດຖະມົນຕີ​ເຊັກ Pavel Belobradek
(ພາບ: baotintuc.vn)


(vovworld) –  ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດສ.​ເຊັກ Lubomir Zaoralek, ວັນ​ທີ 24/07, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງມິ​ງ ​ໄດ້​ໄປ​ຢ້ຽມຢາມ​ສ.​ເຊັກ ຢ່າງ​ເປັນ​ທາງ​ການ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ, ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າມບິ່ງມິ​ງ ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ຮອງ​ນາຍົກລັດ​ຖະມົນຕີ​ເຊັກ Pavel Belobradek; ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ Lubomir Zaoralek ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ; ພົບ​ປະ​ເຮັດ​ວຽກກັບ​ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ Jan Mladek; ຢ້ຽມຢາມ ສະຖານທູ​ດເຫ​ວຽດນາມ ​ແລະ ພົບ​ປະ​ກັບ​ຜູ້ຕາງ​ໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຊັກ.

        ​​ໃນ​ບັນດາ​ການ​ພົບ​ປະ​ກັບ​ຮອງ​ນາຍົກລັດຖະມົນຕີ ​ແລະ ​ລັດຖະມົນຕີ​ກະຊວງ​ຕ່າງໆ​ຂອງເຊັກ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າມບິ່ງມິ​ງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ເປັນ​ສຳຄັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ເຊັກ Pavel Belobradek, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lubomir Zaoralek ກໍ່​ຄື​ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ Jan Mladek ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ​ພວມ ​ແລະ ຈະ​ເປັນ​ປັດ​ໃຈ​ສຳຄັນ​ສຳລັບ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຢູ່​ພາກ​ພື້ນ;  ຢືນຢັນ​ວ່າ ​ຍາມ​ໃດເຊັກ ກໍ່​ຖື​ຫວຽດນາມ ​​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຢູ່​ພາກ​ພື້ນ​ອາ​ຊີ - ປາຊີ​ຟິກ.

        2 ຝ່າຍ​ໄດ້​ປຶກສາ​ຫາລື ​ແລະ ​ເປັນ​​ເອກະ​ພາບ​ບັນດາ​ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ…

        ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lubomir Zaoralek  ຢືນຢັນ​ວ່າ ​ເຊັກ ສະໜັບສະໜູນ​ຫຼັກ​ໝັ້ນ​​ແກ້​ໄຂ​ທຸກໆ​ການຂັດ​ແຍ້​ງດ້ວຍ​ມາດ​ຕະການ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ​ປີ 1982.

        ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າມບິ່ງມິ​ງ ​ໄດ້​ຂອບ​ໃຈ​ລັດຖະບານ​ເຊັກ ​​ໄດ້ຮັບ​ຮູ້​ປະຊາ​ຄົມ​ຊາວ​ຫວຽດນາມ ​ເປັນ​ເຜົ່າ​ທີ 14 ຂອງ​ເຊັກ ​ແລະ ສະ​ເໜີ​ໃຫ້​ລັດ​ຖະບານ​ເຊັກ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ດຳລົງ​ຊີວິດ, ​ເຮັດ​ວຽກ​​ເປັນ​ປົກກະຕິ​ຢູ່​ເຊັກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lubomir Zaoralek  ຢືນຢັນ​ ​ແລະ ປາດ​ຖະໜາ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ນຳ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢ່າງຕັ້ງໜ້າ.

ຂ່າວ/ບົດ​ອື່ນ