ຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມ ຫວຽດນາມ

ຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານສົມສະຫວາດ ເລັ່ງສະຫວັດ ເຮັດວຽກກັບທ່ານ ເລ​ຮ່ວາງ​ກວນ
(ພາບ: sggp.org.vn)

(​vovworld) – ຕອນ​ບ່າຍ​ວັນ​ທີ 23/6, ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນນະຄອນ ​ໂຮ່ຈີ​ມິນ ​ໄດ້​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ຕາມ​ທ່ານ​ສົມ​ສະຫວາ​ດ ​ເລັ່ງສະຫວັດ ​ແລ້ວ, ການ​ຢ້ຽມຢາມ​ຂອງ​ຄະນະ​ມາ​ຍັງ ຫວຽດນາມ ຄັ້ງ​ນີ້​ເພື່ອ​ແນ​ໃສ່​ຊອກ​ຮູ້, ຮຳ່ຮຽນ​ເອົາ​ບົດ​ຮຽນ​ໃນ​ຂົງ​ເຂດ​ພັດທະນາ​ວິ​ທະຍາ​ສາດ​ເຕັດ​​ໂລ​ໂນ​ຢີ, ວັດ​ແທກ​ຄຸນ​ນະພາ​ບ. ​ເມື່ອ​ແບ່ງ​ປັນ​ບັນດາ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ທ່ານ ​ເລ​ຮ່ວາງ​ກວນ ​ໃຫ້​ຮູ້​ວ່າ: ນະຄອນ ​ໂຮ່ຈີ​ມິນ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບັນດາ​ບົດຮຽນ, ໜູນ​ຊ່ວຍ ລາວ ​ໃນ​ການ​ຄົ້ນ​ຄ້ວາ, ພັດທະນາ​ບັນດາ​ນະ​ໂຍບາຍ​ໃນ​ການ​ພັດທະນຂົງ​ເຂດ​ເສດຖະກິດພຸມ​ປັນຍາ, ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຢີສູງ, ຊອບ​ແວ, ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ. ນະຄອນ ​ໂຮ່ຈີ​ມິນ ສ້າງ​ເງື່ອນ​ໄຂ​ໃຫ້ ລາວ ​ໄປ​ຢາມ, ຊອກ​ຮູ້ບັນດາ​ຮູບ​ແບບ​ພັດທະນາ​ເຕັກ​ໂນ​ໂລ​ຢີສູງ​ຢູ່​ບັນດາ​ຮາກ​ຖານ, ຫົວໜ່ວຍ ​ເຊິ່ງນະຄອນ​ໄດ້​ປະຕິບັດ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ຄື: ​ເຂດ​​ເຕັກ​ໂນ​ໂລ​ຢີສູງ​ຢູ່​ເມືອງ 9, ​ເຂດ​ກະສິກຳ​ເຕັດ​ໂນ​ໂລ​ຢີສູງ​ຢູ່​ເມືອງ ກູ້​ຈີ ​ແລະ ​ສວນສາທາລະນະ​ຊອບ​ແວ ກວາງ​ຈູງ ຢູ່​ເມືອງ 12.

ຂ່າວ/ບົດ​ອື່ນ