(vovworld) - ຕອນບ່າຍວັນທີ 28/05, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອະດີດນັກຮົບເກົ່າຍິງກອງພັນໃຫຍ່ 10 ແຂວງ ກາເມົາ. ນີ້ແມ່ນກອງພັນໃຫຍ່ກຳລັງຫຼວງທຳອິດເຄື່ອນໄຫວຢູ່ເຂດແມ່ນ້ຳລຳເຊ, ເຊິ່ງຄະນະພັກການທະຫານ ແລະ ກອງບັນຊາການທະຫານໄດ້ຈັດສົ່ງມາເພື່ອເພີ່ມເຕື່ມໃຫ້ກຳລັງປະກອບອາວຸດເຂດຕາເວັນຕົກພາກໃຕ້ (ທະຫານເຂດ 9), ໃນການຕໍ່ສູ້ຕ້ານອາເມລິກາ ກູ້ຊາດ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຢືນຢັນວ່າ ພັກ, ລັດ ໄດ້ຈົດຈຳບຸນຄຸນຂອງບັນດາທະຫານເສຍອົງຄະ ແລະ ນັກຮົບເກົ່າທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດາຄອບຄົວນະໂຍບາຍ. ນອກຈາກບັນດານະໂຍບາຍຂອງລັດ, ອົງການ, ຂະແໜງການ, ອົງການຈັດຕັ້ງ, ໝູ່ມະຫາຊົນກໍໄດ້ປຸກລະດົມຂະບວນການຕ່າງໆເພືອຕອບບຸນແທນຄຸນ, ແກ້ໄຂທຸກຄວາມຫຍຸ້ງຍາກໃຫ້ແກ່ບັນດາອະດີດນັກຮົບ, ທະຫານເຈັບປ່ວຍ ທະຫານເສຍອົງຄະ, ຄວບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາອະດີດນັກຮົບຈະເປັນແບບຢ່າງ, ສຶກສາມູນເຊື້ອໃຫ້ແກ້ລຸ່ນລູກລຸ່ນຫຼານ, ພ້ອມກັນສ້າງສາປະເທດຊາດໃຫ້ຮັ່ງມີ ແລະ ສີວິໄລ.