ຮອງນາຍົກລັດຖະມົນຕີ ຫວູວັນນິງ ຢ້ຽມຢາມ ແລະ ເຮັດວຽກຢູ່ສິງກາໂປ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ຢ້ຽມຢາມ ແລະ ເຮັດວຽກຢູ່ສິງກາໂປ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ
(ພາບປະກອບ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ລາຍການ “​ເພື່ອນ​ມີດ​ຂອງ S.R Nathan”, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ ມີ​ກາ​ນຢ້ຽມ​ຢາມ, ​ເຮັດ​ວຽກ​ຢູ່​ສິງກາ​​ໂປ​ ​ແຕ່​ວັນ​ທີ 5 – 8/11/2013. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ​​ຕອນ​ເຊົ້າ​ວັນ​ທີ 6/11, ທ່ານ​ຮອງນາຍົກລັດຖະມົນຕີ ຫວູວັນນີ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Grace Fu, ລັດຖະມົນຕີ​ຫ້ອງ​ວ່າ​ການ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ຜູ້​ທີ 2 ກະຊວງ​ຊັບພະຍາກອນ ​ແລະ ​ແຫຼ່ງນ້ຳ​ທັງ​ແມ່ນ​ລັດຖະມົນຕີ​ຜູ້​ທີ 2 ກະຊວງ​ການຕ່າງປະ​ເທດ ສິງ​ກາ​ໂປ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ເພິ​ງພໍ​ໃຈຕໍ່​ການ​ພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ການ​ຄ້າ, ການ​ສຶກສາ.​​.​​. ລະຫວ່າງ ຫວຽດນາມ ​ແລະ ສິງ​ກາ​​ໂປ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ເລື່ອງ 2 ປະ​ເທດ​ໄດ້​ຍົກ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ, ກໍ່ຄືຜັນ​ຂະຫຍາຍ​ການເຄື່ອນ​ໄຫວຫຼາຍຢ່າງເພື່ອສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1/8/1973 – 1/8/2013). 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ທີ່ຖື​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈະ​ສ້າງ​ພື້ນຖານ​ເພື່ອ​ຊຸກຍູ້​ການແລກປ່ຽນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ກ່ວາ​ອີກ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ 2 ຝ່າຍ. 2 ຝ່າຍ​ຕີ​ລາຄາ​ສູງຜົນງານ​ຂອງ​​ບັນດາເຂດ​ອຸດສາຫະກຳ ຫວຽດນາມ - ສິງ​ກາ​ໂປ ​ແຫ່ງ​ຕ່າງໆ.  ທ່ານ​ຮອງ​ນາຍົກລັດຖະ​ມົນຕີ ຫວູວັນ​ນິງ ສະ​ເໜີ​ໃຫ້​ສິງ​ກາ​ໂປ ຄົ້ນ​ຄ້ວາ​ລົງທຶນ​ເຂົ້າ ຟູ໋ກວກ, ພັດທະນາ​ເກາະ ຟູ໋ກວກ ກາຍ​ເປັນ​ເຂດ​ເສດຖະກິດ​​ແບບຢ່າງ​ຂອງ ຫວຽດນາມ. 2 ຝ່າຍ​ໄດ້​ແລກປ່ຽນ​ບົດຮຽນ​ໃນ​ວິວັດ​ການ​ເຊື່ອມ​ໂຍງເຂົ້າກັບ​ເສດຖະກິດ​ສາກົນ, ​ໃນ​ນັ້ນ​ມີ​ບົດຮຽນ​ເຈລະຈາ​ບັນດາ​ສັນຍາ​ການ​ຄ້າ​ເສລີ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ເຂດ ປາຊີ​ຟິກ (TPP) ​ແລະ 2 ຝ່າຍ​ຢັ້ງຢືນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ​ແບ່ງປັນ​ບົດຮຽນ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ວິວັດ​ການ​ເຈລະຈາ TPP.

        ແລະກໍ່​​ໃນ​ວັນ​ທີ 6/11, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ  ມີ​ການ​ເຮັດ​ວຽກ​ກັບ​ອົງການ​ການ​ເງິນ ສິງ​ກາ​ໂປ ​ແລະ ກອງ​ທຶນ​ລົງທຶນ Temasek Holdings. 2 ຝ່າຍ​ໄດ້​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ ​ແລະ ການ​ສ້າງ​ບັນດາ​ນະ​ໂຍບາຍ​ການ​ເງິນ, ທະນາຄານ​ຢູ່​ແຕ່ລະ​ປະ​ເທດ, ການ​ຄຸ້ມ​ຄອງ​​ທຶນ​ຂອງ​ລັດ​ຢູ່​ບັນດາ​ບໍລິສັດຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ