ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ພົບປະກັບປະທານາທິບໍດີ ສີລັງກາ ແລະ ປະທານສະພາຕ່ຳ ຍີ່ປຸ່ນ
ນັກຂ່າວ VOV ປະຈຳ ຍີ່ປຸ່ນ -  
(VOVWORLD) - ທີ່ການພົບປະກັບທ່ານ Ranil Wickremesinghe, ປະທານາທິບໍດີ ສີລັງກາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ...
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ແລະ ທ່ານ Ranil Wickremesinghe, ປະທານາທິບໍດີ ສີລັງກາ
(ພາບ: Bui Hung)
|
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມກ່ຽວກັບອະນາຄົດຂອງ ອາຊີ, ວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ມີການພົບປະກັບ ປະທານາທິບໍດີ ສີລັງກາ ແລະ ປະທານສະພາຕ່ຳ ຍີ່ປຸ່ນ.
ທີ່ການພົບປະກັບທ່ານ Ranil Wickremesinghe, ປະທານາທິບໍດີ ສີລັງກາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ສີລັງກາ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ສູ້ຊົນຟື້ນຟູທ່າເຕີບໂຕຂອງປີ 2021 ແລະ ນຳວົງເງິນການຄ້າສອງສົ້ນບັນລຸ 500 ລ້ານໂດລາສະຫະລັດໂດຍໄວ. ທ່ານປະທານາທິບໍດີ Ranil Wickremesinghe ກໍ່ຢັ້ງຢືນການສະໜັບສະໜູນພັດທະນາການພົວພັນ ຫວຽດນາມ - ສີລັງກາ ກ່ວາອີກ; ສະແດງຄວາມຫວັງຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດ ກັບອາຊຽນ, ໃນນັ້ນມີ ຫວຽດນາມ, ເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).
ໃນການພົບປະກັບທ່ານ Hosoda Hiroyuki, ປະທານສະພາຕ່ຳ ຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ສະເໜີໃຫ້ ຍີ່ປຸ່ນ ໜູນຊ່ວຍເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບການສະໜອງໃໝ່ຢ່າງມີປະສິດທິຜົນ; ຊຸກຍູ້ວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຍີ່ປຸ່ນ ລົງທຶນ, ຖ່າຍທອດເຕັກໂນໂລຊີໃຫ້ ຫວຽດນາມ… ສ່ວນທ່ານປະທານສະພາຕ່ຳ Hosoda Hiroyuki ກໍ່ໄດ້ຕີລາຄາສູງບົດບາດຄວາມສຳຄັນ, ການປະກອບສ່ວນທີ່ຕັ້ງໜ້າເຂົ້າການພັດທະນາເສດຖະກິດ - ສັງຄົມ ຍີ່ປຸ່ນຂອງ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ເກືອບ 500.000 ຄົນ ແລະ ປາດຖະໜາຢາກເພີ່ມຈຳນວນຊາວ ຫວຽດນາມ ໄປຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ ຂຶ້ນຫຼາຍກ່ວາອີກ.
ນັກຂ່າວ VOV ປະຈຳ ຍີ່ປຸ່ນ