ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ພົບປະກັບນັກຮຽນພາກໃຕ້ ຫວຽດນາມ

(VOVWORLD) - ທີ່ການພົບປະກັບນັກຮຽນພາກໃຕ້ ຫວຽດນາມ ເກືອບ 2000 ຄົນ, ໄດ້ດຳເນີນໃນຕອນເຊົ້າວັນທີ 27 ມັງກອນ ຢູ່ນະຄອນ ໂຮ່ຈີມິນ. 
ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ພົບປະກັບນັກຮຽນພາກໃຕ້ ຫວຽດນາມ - ảnh 1  ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ (ພາບ: ອິນເຕີແນັດ)

ນະທີ່ນີ້, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອຂອງນັກຮຽນພາກໃຕ້ໃນຊຸມວັນທີ່ຮ່ຳຮຽນຢູ່ພາກເໜືອ. ພາຍຫລັງວັນປົດປ່ອຍພາກໃຕ້ ຫວຽດນາມ, ນັກຮຽນພາກໃຕ້ຫລາຍຄົນຕ້ອງແບກຫາບໜ້າທີ່ສຳຄັນໃນການສ້າງສາປະເທດຊາດ. ເຖິງວ່າຢູ່ໃນຖານະຕຳແໜ່ງໃດໆກໍ່ຕາມ ຍາມໃດ ເຂົາເຈົ້າ ກໍ່ອຸທິດສ່ວນ, ມີການປະກອບສ່ວນຕັ້ງໜ້າຫລາຍຢ່າງເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.

        ກ່າວຄຳເຫັນທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຕີລາຄາສູງການປະກອບສ່ວນຂອງນັກຮຽນພາກໃຕ້ ຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກໍ່ປາດຖະໜາວ່າ ບັນດານັກຮຽນພາກໃຕ້ ສືບຕໍ່ຖ່າຍທອດນ້ຳໃຈຕະລຸມບອນ, ອຸທິດຕົນເພື່ອປະເທດຊາດໃຫ້ລຸ້ນໜຸ່ມໃນວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ