ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ເຮັດວຽກກັບຄະນະສາສະໜາລັດຖະບານ
(VOVWORLD) -ຕອນບ່າຍວັນທີ 3 ກຸ່ມພາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະສາສະໜາລັດຖະບານ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບີງ ກ່າວຄຳເຫັນທີ່ການເຮັດວຽກກັບຄະນະສາສະໜາລັດຖະບານ |
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບີງ ໄດ້ໃຫ້ການຊີ້ນຳວ່າ : ຄະນະສາສະໜາລັດຖະບານ ສືບຕໍ່ເພີ່ມທະວີວຽກງານໂຄສະນາເຜີຍແຜ່ບັນດາແຜນນະໂນບາຍ ຂອງພັກ, ນະໂຍບາຍ, ກົດໝາຍຂອງ ລັດກ່ຽວກັບການເຫຼື້ອມໃສ, ສາສະໜາ, ສຸມໃສ່ຜັນຂະຫຍາຍປະຕິບັດບັນດາກົດໝາຍວ່າດ້ວຍການ ເຫຼື້ອມໃສ, ສາສະໜາ ແລະ ບັນດາດຳລັດທີ່ກ່ຽວຂ້ອງໃນລະບົບການເມືອງ, ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ທົ່ວສັງຄົມ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບີງ ສະເໜີທົ່ວຂະແໜງຂຈົ່ງເປັນເຈົ້າການສະກັດກັ້ນບັນດາການເຄື່ອນໄຫວລະເມີດກົດໝາຍ, ສວຍໃຊ້ການ ເຫຼື້ອມໃສ, ສາສະໜາ, ບັນດາການເຄື່ອນໄຫວທີ່ໄປຝືນກັບວັດທະນະທຳ ແລະ ການເຊື່ອຖືງົມງວາຍໃນລະບົບພະນັກງານ, ລັດຖະກອນ ແລະ ທົ່ວສັງຄົມ, ແກ້ໄຂບັນຫາສັບສົນທີ່ກ່ຽວຂ້ອງເຖິງສາສະໜາ, ບໍ່ປະໃຫ້ບັນດາອິດທິກຳລັງທີ່ເປັນປໍລະປັກທຳລາຍກຸ່ມກ້ອນມະຫາສາມັກຄີແຫ່ງຊາດ, ສາມັກຄີສາສະໜາ.