ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບອະທິການບໍດີໂຄງຮຽນນະໂຍບາຍລັດ ແລະ ສິ່ງແວດລ້ອມ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້
ໃຫ້ການຕ້ອນຮັບສາດສະດາຈານ John D. Graham
(ພາບອິນເຕີແນັດ)
(vovworld) – ຕອນບ່າຍວັນທີ 16/02, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ໃຫ້ການຕ້ອນຮັບສາດສະດາຈານ John D. Graham ຜູ້ອຳນວຍການໂຮງຮຽນນະໂຍບາຍສາທາລະນະ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລ Indiana (ອາເມລິກາ) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້ ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢືນຢັນວ່າ: ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ພວມພັດທະນາຢ່າງຕັ້ງໜ້າ, ແທດຈິງໃນຫລາຍຂົງເຂດ. ທ່ານ ເວືອງດີງເຫວ້ ປາດຖະໜາຢາກໃຫ້ສາດສະດາຈານ ໜູນຊ່ວຍຊຸກຍູ້ການພົວພັນ 2 ປະເທດກໍ່ຄືການພົວພັນລະຫວ່າງ ລັດຖະບານ ຫວຽດນາມ ກັບລັດຖະບານໃໝ່ຂອງ ອາເມລິກາ. ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫວ້ ສະເໜີທ່ານສາດສະດາຈານ John D. Graham ແລະ ໂຮງຮຽນນະໂຍບາຍສາທາລະນະ ແລະ ສິ່ງແວດລ້ອມ ສືບຕໍ່ຮ່ວມມື, ໜູນຊ່ວຍບັນດາອົງການສຳນັກງານຂອງລັດຖະບານ ຫວຽດນາມ ໃນໄລຍະຈະມາເຖິງ, ພິເສດ ແມ່ນແບ່ງປັນຂໍ້ມູນຂ່າວສານກ່ຽວກັບລະບົບການເມືອງ ອາເມລິກາ, ບົດຮຽນນິຕິບັນຍັດ, ສ້າງ ແລະ ປະຕິບັດນະໂຍບາຍສາທາລະນະ; ເພີ່ມທະວີການເຊື່ອມຕໍ່ກັບບັນດາສາດສະດາຈານ, ນັກຮຽນຮູ້ທີ່ມີອິດທິພົນຊື່ສຽງຂອງ ອາເມລິກາ ມາເຮັດວຽກ, ໃຫ້ຄຳປຶກສານະໂຍບາຍແທດເໝາະກັບເງື່ອນໄຂ ແລະ ຈຸດສຸມພັດທະນາຂອງ ຫວຽດນາມ…
ສ່ວນທ່ານສາດສະດາຈານ John D. Graham ໄດ້ຕີລາຄາສູງບັນດາຜົນງານຊຶ່ງ ຫວຽດນາມ ບັນລຸໄດ້ໃນວິວັດທະນາການພັດທະນາເສດຖະກິດ - ສັງຄົມໃນໄລຍະຜ່ານມາ; ພ້ອມທັງ ແບ່ງປັນບັນດາບົດຮຽນທີ່ກ່ຽວຂ້ອງເຖິງນະໂຍບາຍສາທາລະນະ, ແລກປ່ຽນບັນດາບັນຫາກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ ພາຍຫລັງທ່ານປະທານາທິບໍດີ Donald Trump ຂຶ້ນກຳອຳນາດ.