ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ: ປີ 2019, ສືບຕໍ່ທ່າເຕີບໂຕດ້ານເສດຖະກິດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ເນື້ອໃນຕົ້ນຕໍຂອງການບໍລິຫານເສດຖະກິດ - ສັງຄົມຂອງປີ 2019 ຂອງລັດຖະບານແມ່ນ “ເພີ່ມລະດັບຄວາມໄວ”.
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ: ປີ 2019, ສືບຕໍ່ທ່າເຕີບໂຕດ້ານເສດຖະກິດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 27 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ ແລະ ບາງທ້ອງຖິ່ນ ເພື່ອສ້າງຮ່າງມະຕິຂອງລັດຖະບານກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍເພື່ອປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2019. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ເນື້ອໃນຕົ້ນຕໍຂອງການບໍລິຫານເສດຖະກິດ - ສັງຄົມຂອງປີ 2019 ຂອງລັດຖະບານແມ່ນ “ເພີ່ມລະດັບຄວາມໄວ”. ກ່າວຄຳເຫັນທີ່ກອງປະຊຸມ, ໂດຍຕາງໜ້າໃຫ້ກຸ່ມສື່ມວນຊົນ, ທ່ານ ຫງວຽນເທ໊ກິ້, ຜູ້ອຳນວຍການໃຫຍ່ VOV ໄດ້ສະເໜີວ່າ: ລັດຖະບານຄວນເນັ້ນໜັກການປະຕິບັດການຫັນກົງຈັກໃຫ້ກະທັດລັດຢ່າງມີປະສິດທິຜົນ ແລະ ຊັບຊ້ອນ, ປ່ຽນໃໝ່ການເຄື່ອນໄຫວບັນດາຫົວໜ່ວຍຂອງລັດຕາມມະຕິຂອງສູນກາງ. ໄປຄຽງຄູ່ກັນນັ້ນ, ລັດຖະບານຄວນປະຕິບັດແຜນກຳນົດສື່ມວນຊົນຢ່າງມີປະສິດທິຜົນ, ສ້າງບັນດາສຳນັກງານສື່ມວນຊົນປະຕິບັດຖືກຕາມຈຸດປະສົງ, ບໍ່ພຽງແຕ່ຊ່ວຍພັດທະນາຂະແໜງເທົ່ານັ້ນ ຫາກຍັງສົ່ງຜົນກະທົບອັນໃຫຍ່ຫຼວງເຖິງການພັດທະນາຂອງສັງຄົມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ