ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຄະນະ ຜູ້ແທນກຳປູເຈຍ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຄະນະ ຜູ້ແທນກຳປູເຈຍ  - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc
​ຕ້ອນຮັບຄະນະ​ຜູ້​ແທນກຳ​ປູເຈຍ
(ພາບ: VGP)


(vovworld) -     ວັນ​ທີ 24/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນກຳ​ປູເຈຍ ລວມ 10 ທ່ານ​ທີ່​​ເຄີຍຊ່ວຍ​​ເຫຼືອທະຫານ​ອາສາ​ສະ​ໝັກ​ຫວຽດນາມ ​ໃນ​ໄລຍະ​ປະຕິບັດ​ໜ້າ​ທີ່ຢູ່​ກຳປູ​ເຈຍ, ​​ໂດຍທ່ານ Lim Chhay, ຮອງ​ລັດຖະມົນຕີ, ກະຊວງ​ສັງຄົມ, ​ນັກຮົບ​ເກົ່າ ​ແລະ ຟື້ນ​ຟູ​ຊາວ​ໜຸ່ມ​ກຳປູ​ເຈຍ, ນຳ​ໜ້າ ​ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 22 – 28/10. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຢືນຢັນ​ວ່າ; ສອງ​ປະ​ເທດ​ ຫວຽດນາມ - ກຳປູ​ເຈຍ ​ໄດ້​ພ້ອມ​ກັນ​ແບ່ງປັນ​ຄວາມ​ລຳບາກ​ກາກ​ກຳ, ພ້ອມ​ກັນ​ສາມັກຄີ​ເພື່ອ​ຕ້ານ​ສັດຕູ​​ໂຕດຽວກັນ​ຂອງ​ສອງ​ຊາດ. ຄວາມ​ສາມັກຄີ​​ຊ່ວຍ​ເຫຼືອ​ເຊິ່ງກັນ​ ​ແລະ ກັນ​ນັ້ນ ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ຍາດ​ໄດ້​ໄຊຊະນະອັນ​ໃຫຍ່​ຫຼວງ​ໃນ​ບັນດາ​ການ​ຕໍ່ສູ້​ປົດ​ປ່ອຍຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື​ໃນ​ພາ​ລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ​ຢ່າງ​ມີ​ໄຊ. ຍາມ​ໃດ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ກໍ​ນັບຖື ​ແລະ ຂອບອົກຂອບ​ໃຈ​ຕໍ່ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອອັນ​ໃຫຍ່​ຫຼວງ​ເຊິ່ງລັດຖະບານ ​ແລະ ປະຊາຊົນ​ກຳປູ​ເຈຍ ​ໄດ້​ສະຫງວນ​ໃຫ້​​ແກ່ຫວຽດນາມ ຜ່ານ​ບັນດາ​ໄລຍະ​ປະ​ຫວັດ​ສາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ​ຫວຽດນາມ - ກຳ​ປູ​ເຈຍ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າຂອງ​ສອງ​ຊາດ, ​ແມ່ນ​ປັດ​ໃຈ​ຕັດສິນ​ໄຊຊະນະ​ຂອງ​ພາລະກິດ​ປະຕິວັດ​ຂອງ​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ