(vovworld) - ຕອນບ່າຍວັນທີ 8/10, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກ, ລັດຖະບານ ສ.ກູຍບາ ໂດຍກຳມະການກົມການເມືອງ, ຮອງປະທານສະພາລັດຖະມົນຕີກູຍບາ ທ່ານ Marino Murillo Jorge ນຳໜ້າ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ສະແດງຄວາມປິຕິສົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງເຊິ່ງກູຍບາ ບັນລຸໄດ້, ພ້ອມທັງຢືນຢັນວ່າ ລັດຖະບານຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາດຂອງຕົນເພື່ອພ້ອມກັບຝ່າຍກູຍບາ ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖມະນົຕີ ກໍສະເໜີວ່າ ລັດຖະບານສອງປະເທດຈະພ້ອມກັນສົມທົບ, ຄົ້ນຄວ້າຊອກຫາ ແລະ ສະເໜີບັນດາກົນໄກ, ມາດຕະການຮ່ວມມືໃໝ່ທີ່ເໝາະສົມກັບເງື່ອນໄຂຂອງຫວຽດນາມ ແລະ ກູຍບາ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດກວ່າອີກ. ທ່ານຮອງນາຍົກລັດຖມະນົຕີຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ພັດທະນາສາຍພົວພັນສາມັກຄີຖານອ້ານນ້ອງ, ການຮ່ວມມືຢ່າງຮອບດ້ານ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ປະກອບສ່ວນສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.