ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢ້ຽມຢາມ ສປປ ລາວ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢ້ຽມຢາມ ສປປ ລາວ - ảnh 1
​ກອງ​ປະຊຸມ​ກາງ​ສະ​ໄໝ​ຄັ້ງ​ທີ 34 ຂອງຄະນະ​ກຳມາ​ທິການ​ຮ່ວມ​ມື​ລະຫວ່າງ​ລັດຖະບານຫວຽດນາມ - ລາວ

(vovworld) - ຕອນ​ເຊົ້າ​ວັນ​ທີ 11/8, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ຫວຽດນາມ - ລາວ ​ໄດ​້​ໄປ​ຮອດ​ຫຼວງ​ພະ​ບາງ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສປປ ລາວ ​ແຕ່​ວັນ​ທີ 11 – 14/8. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່າ​ນຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກາງ​ສະ​ໄໝ​ຄັ້ງ​ທີ 34 ຂອງຄະນະ​ກຳມາ​ທິການ​ຮ່ວມ​ມື​ລະຫວ່າງ​ລັດຖະບານຫວຽດນາມ - ລາວ ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ຫຼວງ​ພະ​ບາງ.

ທີ່​ກອງ​ປະຊຸມ​ກາງ​ສະ​ໄໝຂອງ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ລະຫວ່າງ​ລັດຖະບານຫວຽດນາມ - ລາວ, ທ່າ​ນຮອງ​ນາຍົກລັດ​ຖະມົນຕີ Nguyen Xuan Phuc ​ແລະ ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ, ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມື ລາວ - ຫວຽດນາມ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ເຊັນ​ບົດ​ບັນ​ທຶກ​ກອງ​ປະຊຸມ​ກາງ​ສະ​ໄໝ​ຂອງ ຄະນະ​ກຳມາ​ທິການ​ຮ່ວມ​ມືລະຫວ່າງ​ລັດຖະບານ 2 ປະ​ເທດ, ຂໍ​້ຕົກລົງ​ກ່ຽວ​ກັບ​ບັນດາ​ຂັ້ນ​ຕອນ​ປະຕິ​ບັດ​ທົດ​ລອງ​ໂຄງການ​ລົງທຶນ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​​ຂອງ​ລັດຖະບານ​ຫວຽດນາມ ​ໂດຍ ຝ່າ​ຍລາວ ປະຕິບັດ ​ເຊິ່ງມີການ​ສົມທົບ​ຂອງ​ລັດຖະບານ​ຫວຽດນາມ, ສັນຍາ​ຊອກ​ຫາ ​ແລະ ສຳ​ຫຼວດ​ແຮ່​ກົ່ວ ​ແລະ ດີ​ບຸກຢູ່​ເມືອງຊຳ​ໃຕ້, ​ແຂວງ​ຫົວພັນ ລະຫວ່າງ​ລັດຖະບານ ລາວ ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ແຮ່​ທາດ ​ແລະ ອຸດ​ສະຫະ​ກຳ Chien Cong ຂອງ​ຫວຽດນາມ, ຢ້ຽມຢາມ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ແຂວງ ຫຼວງ​ພະ​ບາງ.

                                                                                                 Quoc Khanh

ຂ່າວ/ບົດ​ອື່ນ