ຮອງນາຍົກ Hoang Trung Hai ລົງກວດກາການສຳຫຼວດຊອກຫາ ແຮ່ຢູເຣນຽມ ໃນແຂວງກວາງນາມ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ລົງກວດກາສະພາບການປະຕິບັດແຜນແມ່ບົດສຳຫຼວດຊອກຫາແຮ່ຢູເຣນຽມທີ່ບໍລິເວນ ຕາແສງປາເລື່ອ-ປາຣົງ (ພາບ: hoangtrunghai.net)
|
Vovword- ຕອນເຊົ້າວັນທີ 21/7, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ພ້ອມກັບຄະນະປະຕິບັດງານລັດຖະບານໄດ້ ລົງກວດກາສະພາບການປະຕິບັດແຜນແມ່ບົດສຳຫຼວດຊອກຫາແຮ່ຢູເຣນຽມທີ່ບໍລິເວນຕາແສງປາເລື່ອ-ປາຣົງ ທີ່ເມືອງນາມຢາງແຂວງກວາງນາມ. ແຜນແມ່ບົດສຳຫຼວດ ຊອກຫາແຮ່ຢູເຣນຽມທີ່ບໍລິເວນຕາແສງປາເລື່ອ-ປາຣົງໄດ້ຮັບການຜັນຂະຫຍາຍມາແຕ່ເດືອນ 4 ປີ 2010. ພາຍຫຼັງລົງໄປກວດກາຕົວຈິງ, ທ່ານຮອງນາຍົກ ລັດຖະມົນຕີ Hoang Trung Hai ເນັ້ນໜັກເຖິງຈຸດໝາຍ ແລະ ຄວາມໝາຍຂອງການສຳຫຼວດຊອກຫາແຮ່ຢູເຣນຽມ ຊຶ່ງແມ່ນແຫຼ່ງພະລັງງານສະສົມຮັບໃຊ້ການເຄື່ອນໄຫວຜະລິດພະລັງງານປະລະມານູເພື່ອຈຸດປະສົງສັນຕິພາບຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ສະເໜີບັນດາຫົວໜ່ວຍຄວນສຸມໃສ່, ຮັບປະກັນບັນດາຈຸດໝາຍ, ໜ້າທີ່ ແລະ ແຜນການຊຶ່ງລັດຖະບານໄດ້ຊີ້ນຳ, ພ້ອມກັນນັ້ນ ກໍນຳສະເໜີບັນດາການກຳນົດທິດ, ວິທີການແກ້ໄຂທີ່ເໝາະສົມ.