ຮອງປະທານບໍລິສັດການເງິນສາກົນ ສັງກັດອົງການ WB ຢ້ຽມຢາມ ຫວຽດນາມ

ຮອງປະທານບໍລິສັດການເງິນສາກົນ ສັງກັດອົງການ WB ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Vu Van Ninh ຕ້ອນຮັບ​ທ່ານ​ນາງ Karin Finkelston ຮອງ​ປະທານ​ບໍລິສັດ​ການ​ເງິນ​ສາກົນ
ພາບ:tinmoi.vn


(vovworld) -  ວັນ​ທີ 30/5, ຢູ່ ຮ່າ​ໂນ້ຍ, ​​ໃນ​ການ​ຕ້ອນຮັບ​ທ່ານ​ນາງ Karin Finkelston ຮອງ​ປະທານ​ບໍລິສັດ​ການ​ເງິນ​ສາກົນ (IFC) ຮັບຜິດຊອບ​ພາກ​ພື້ນ ອາຊີ ​ປາຊີ​ຟີ​ກ ສັງກັດ​ທະນາຄານ​ໂລກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Vu Van Ninh ຊົມ​ເຊີຍ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາງ ​ໃນ​ຖານະ​ເປັນ​ຮອງ​ປະທານ​ບໍລິສັດ​ການ​ເງິນ​ສາກົນ ພາກ​ພື້ນ ອາຊີ ປາຊິ​ຟີ​ກ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ເນັ້ນ​ຫນັກ​​ເຖິງ​ການ​ຫນູນ​ຊ່ວຍ​ຂອງ​ທະນາຄານ​ໂລກ ​ແມ່ນ​ຫນຶ່ງ​ໃນ​ບັນດາ​​ສະດວກ​ເພື່ອ​ຊ່ວຍ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ທາງ​ດ້ານ​ເສດຖະກິດ​ທີ່​ພົ້ນ​ເດັ່ນ​ໃນ​ຊຸມ​ປີຜ່ານມາ, ​ເປັນ​ຕົ້ນ​ແມ່ນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ​ການ​ເຕີບ​ໂຕ​ເສດຖະກິດ. ທ່ານ​ນາງ Karin Finkelston ຖື​ວ່າ​: ​ເຖິງ​ວ່າ ຍັງຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ​ແຕ່ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ເບື້ອງ​ຕົ້ນ​ໃນ​ກິດຈະການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ປັບປຸງ​ສະພາບ​​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ເທື່ອ​ລະ​ກ້າວ. ບໍລິສັດ​ການ​ເງິນ​ສາກົນ ພ້ອມ​ແລ້ວ ທີ່ຈະ​ແບ່ງປັນ ​ແລະ ຫນູນ​ຊ່ວຍ ຫວຽດນາມ ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​​ໃນປະຈຸ​ບັນ.

 

ຂ່າວ/ບົດ​ອື່ນ